ຣູເບັນ ຜູ້ເປັນລູກກົກຂອງເຮົາ ຜູ້ຊຶ່ງເປັນກຳລັງ ແລະຜົນແຮກແຫ່ງເຫື່ອແຮງຂອງເຮົາ ທັງຂະຫຍັນແລະອົງອາດໃນບັນດາລູກຂອງພໍ່; ແຮງເທົ່າທຽມດັ່ງກະແສນໍ້າຊັດຊົນໄປ, ແຕ່ເຈົ້ານັ້ນຈະບໍ່ແມ່ນບຸລຸດຄົນສຳຄັນ ເພາະເຈົ້າລັກນອນນຳເມຍນ້ອຍຂອງຂ້ອຍ. ເຈົ້າຈຶ່ງເຮັດໃຫ້ຂ້ອຍເສື່ອມເສຍກຽດສັກສີ ເຮັດໃຫ້ຕຽງຂ້ອຍມີຣາຄີເປັນມົນທິນໄປຕະຫລອດ.