ພຣະນິມິດ 3:10 - ພຣະຄຳພີສັກສິ10 ເພາະເຈົ້າໄດ້ຖືຮັກສາຄຳສັ່ງຂອງເຮົາ ທີ່ໃຫ້ມີຄວາມອົດທົນຢ່າງພາກພຽນ, ຝ່າຍເຮົາຈະຮັກສາເຈົ້າໄວ້ໃຫ້ພົ້ນຈາກຄາວຍາກລຳບາກ ທີ່ຈະມີເທິງແຜ່ນດິນໂລກນີ້ ເພື່ອຈະທົດລອງໃຈຄົນທັງປວງທີ່ຢູ່ເທິງແຜ່ນດິນໂລກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ເນື່ອງຈາກເຈົ້າໄດ້ຮັກສາຄຳສັ່ງຂອງເຮົາໄວ້ດ້ວຍຄວາມພາກພຽນອົດທົນ, ເຮົາກໍຈະປົກປ້ອງເຈົ້າໃຫ້ພົ້ນຈາກຊົ່ວໂມງແຫ່ງການທົດລອງທີ່ກຳລັງມາເຖິງທົ່ວທັງໂລກນີ້ເພື່ອທົດລອງບັນດາຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກ. Uka jalj uñjjattʼäta |
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທຳ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງ ເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກໜີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້.
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.