Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:8 - ພຣະຄຳພີສັກສິ

8 ຂ້າພະເຈົ້າ ຄື​ໂຢຮັນ ເປັນ​ຜູ້​ທີ່​ໄດ້ຍິນ​ແລະ​ໄດ້​ເຫັນ​ເຫດການ​ທັງໝົດ​ນີ້. ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ແລະ​ໄດ້​ເຫັນ​ແລ້ວ ກໍ​ນ້ອມຕົວ​ລົງ​ຈະ​ນະມັດສະການ​ໃກ້​ຕີນ​ຂອງ​ເທວະດາ ຕົນ​ທີ່​ໄດ້​ສຳແດງ​ເຫດການ​ທັງໝົດ​ນີ້​ໃຫ້​ແກ່​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຂ້າພະເຈົ້າ ໂຢຮັນ ເປັນ​ຜູ້​ທີ່​ໄດ້​ຍິນ ແລະ ໄດ້​ເຫັນ​ສິ່ງ​ເຫລົ່ານີ້. ແລະ ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ສິ່ງ​ເຫລົ່ານີ້​ແລ້ວ, ຂ້າພະເຈົ້າ​ກໍ​ໝອບ​ລົງ​ເພື່ອ​ນະມັດສະການ​ທີ່​ຕີນ​ຂອງ​ເທວະດາ​ຕົນ​ທີ່​ໄດ້​ສະແດງ​ເຫດການ​ເຫລົ່ານີ້​ໃຫ້​ແກ່​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 22:8
6 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍ​ຂາບລົງ ທັງ​ສັ່ງ​ໃຫ້​ນຳ​ເອົາ​ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້​ແກ່​ດານີເອນ.


ແຕ່​ເປໂຕ​ດຶງ​ໂກເນລີໂອ​ໃຫ້​ລຸກ​ຂຶ້ນ ແລະ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ ເຮົາ​ເອງ​ກໍ​ເປັນ​ພຽງແຕ່​ມະນຸດ​ເໝືອນກັນ.”


ການ​ຊົງ​ສຳແດງ​ຂອງ​ພຣະເຢຊູເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ແກ່​ພຣະອົງ ເພື່ອ​ຊົງ​ຊີ້ແຈງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ຮູ້​ເຖິງ​ເຫດການ​ທັງຫລາຍ​ທີ່​ຕ້ອງ​ບັງເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະຄຣິດ​ໄດ້​ຊົງ​ໃຊ້​ເທວະດາ​ຂອງ​ພຣະອົງ ໄປ​ສຳແດງ​ໝາຍສຳຄັນ​ແກ່​ໂຢຮັນ ຜູ້ຮັບໃຊ້​ຂອງ​ພຣະອົງ.


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ ແລະ​ບັນດາ​ກະສັດ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ພ້ອມ​ທັງ​ກອງທັບ​ຂອງ​ກະສັດ​ເຫຼົ່ານັ້ນ ໄດ້​ມາ​ໂຮມກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ຫລັງ​ມ້າ ແລະ​ຕໍ່ສູ້​ກອງທັບ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka