ພຣະນິມິດ 22:5 - ພຣະຄຳພີສັກສິ5 ກາງຄືນຈະບໍ່ມີອີກຕໍ່ໄປ ແລະພວກເຂົາຈະບໍ່ຕ້ອງການແສງໂຄມໄຟ ຫລືແສງຕາເວັນ, ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນແສງສະຫວ່າງຂອງພວກເຂົາ ແລະພວກເຂົາຈະປົກຄອງຢູ່ຕະຫລອດນິຣັນດອນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ທີ່ນັ້ນຈະບໍ່ມີກາງຄືນອີກຕໍ່ໄປ. ພວກເຂົາຈະບໍ່ຕ້ອງການແສງຕະກຽງ ຫລື ແສງຕາເວັນ ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ພວກເຂົາ. ແລະ ພວກເຂົາຈະປົກຄອງຕະຫລອດໄປເປັນນິດ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (