ພຣະນິມິດ 22:19 - ພຣະຄຳພີສັກສິ19 ຖ້າຜູ້ໃດຕັດຂໍ້ຄວາມໃດໜຶ່ງ ອອກຈາກຄຳທຳນວາຍໃນໜັງສືມ້ວນນີ້ ພຣະເຈົ້າຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນ ອອກຈາກຕົ້ນໄມ້ແຫ່ງຊີວິດ ແລະແຫ່ງນະຄອນສັກສິດ ຊຶ່ງໄດ້ຂຽນໄວ້ໃນໜັງສືມ້ວນນີ້.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່19 ແລະ ຖ້າຜູ້ໃດຕັດຂໍ້ຄວາມຈາກຄຳທຳນວາຍນີ້, ພຣະເຈົ້າຈະຕັດສ່ວນແບ່ງຂອງຜູ້ນັ້ນອອກຈາກຕົ້ນໄມ້ແຫ່ງຊີວິດ ແລະ ໃນເມືອງສັກສິດນັ້ນ ເຊິ່ງໄດ້ບັນລະຍາຍໄວ້ໃນໜັງສືມ້ວນນີ້. Uka jalj uñjjattʼäta |
ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.”’ ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.”
ເຮົາຈະຕັ້ງຜູ້ທີ່ມີໄຊຊະນະນັ້ນ ໃຫ້ເປັນເສົາໃນວິຫານແຫ່ງພຣະເຈົ້າຂອງເຮົາ ແລະຜູ້ນັ້ນຈະບໍ່ອອກໄປຈາກພຣະວິຫານຈັກເທື່ອ, ເຮົາຈະຈາລຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ນະຄອນເຢຣູຊາເລັມໃໝ່ ຊຶ່ງຈະລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາ ແລະເຮົາຍັງຈະຈາລຶກນາມໃໝ່ຂອງເຮົາໃສ່ຕົວຂອງຜູ້ນັ້ນເໝືອນກັນ.