ພຣະນິມິດ 22:16 - ພຣະຄຳພີສັກສິ16 “ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພະຍານ ເພື່ອສຳແດງເຫດການເຫຼົ່ານີ້ແກ່ພວກເຈົ້າ ສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າ ແລະໜໍ່ເຊື້ອຂອງດາວິດ ເປັນດາວເພັກດວງໃສຮຸ່ງເຮືອງ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 “ເຮົາຄືເຢຊູ, ເຮົາໄດ້ໃຊ້ເທວະດາຂອງເຮົາມາເປັນພະຍານເຖິງສິ່ງເຫລົ່ານີ້ແກ່ພວກເຈົ້າເພື່ອຄຣິສຕະຈັກຕ່າງໆ. ເຮົາເປັນຮາກ ແລະ ເປັນເຊື້ອສາຍຂອງດາວິດ ແລະ ເຮົາເປັນດາວຍາມເຊົ້າທີ່ສົດໃສ”. Uka jalj uñjjattʼäta |
ຂ້າພະເຈົ້າແນມເບິ່ງ ໄປໃນຄັ້ງໜ້າຄັ້ງໃນ ແລະຂ້າພະເຈົ້າໄດ້ເຫັນ ຊົນຊາດອິດສະຣາເອນນີ້. ມີກະສັດອົງໜຶ່ງຈະເກີດຂຶ້ນ ດັ່ງດວງແຈ້ງໃນຊົນຊາດຂອງພວກເຂົາ ເໝືອນດາວຫາງອັນຊົງຣິດ ທີ່ມາຈາກຊາດອິດສະຣາເອນນັ້ນ ເພິ່ນຈະເຂັ່ນຂ້າເປັນໝູ່ ຜູ້ນຳຂອງໂມອາບທັງຫລາຍ ຜູ້ທີ່ໂຫດຮ້າຍແລະຈອງຫອງ. ເພິ່ນຈະປາບພວກເຂົາໝົດທຸກຄົນຖິ້ມ.
ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງພຣະເຢຊູຄຣິດເຈົ້າ ເຊື້ອສາຍຄົນໜຶ່ງຂອງດາວິດຜູ້ທີ່ສືບເຊື້ອສາຍມາຈາກອັບຣາຮາມ. 2-6(ກ) ແຕ່ອັບຣາຮາມເຖິງກະສັດດາວິດມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງຂອງຕົນ, ຕໍ່ມາ ແມ່ນເປເຣັດ ແລະ ເຊຣາ (ແມ່ຂອງພວກເຂົາຊື່ວ່າຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່ຂອງລາວຊື່ວ່າຣາຮາບ), ໂອເບັດ (ແມ່ຂອງລາວຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ. 6(ຂ)-11 ແຕ່ດາວິດເຖິງສະໄໝທີ່ປະຊາຊົນອິດສະຣາເອນຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ຂອງລາວເຄີຍເປັນເມຍຂອງອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນກັບພວກອ້າຍນ້ອງຂອງຕົນ.