ພຣະນິມິດ 22:15 - ພຣະຄຳພີສັກສິ15 ສ່ວນຝູງໝາກັບຄົນໃຊ້ເວດມົນຄາຖາ, ຄົນລ່ວງຜິດສິນທຳທາງເພດ, ຄົນຄາດຕະກອນ, ຄົນຂາບໄຫວ້ຮູບເຄົາຣົບ ແລະຄົນຂີ້ຕົວະຈະຢູ່ພາຍນອກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ຢູ່ຂ້າງນອກນັ້ນມີພວກໝາ, ບັນດາຄົນທີ່ໃຊ້ເວດມົນຄາຖາ, ຄົນທີ່ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນຂາບໄຫວ້ຮູບເຄົາລົບ, ທຸກຄົນທີ່ຮັກ ແລະ ປະພຶດຕາມຄວາມຕົວະນັ້ນ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”