Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:12 - ພຣະຄຳພີສັກສິ

12 “ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 “ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.

Uka jalj uñjjattʼäta Copia luraña




ພຣະນິມິດ 22:12
19 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ບຳເໜັດ​ມະນຸດ​ໃນ​ສິ່ງ​ທີ່​ພວກເຂົາ​ກະທຳ​ ແລະ​ເຮັດ​ຕໍ່​ພວກເຂົາ ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.


ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ກະທຳ​ ສຳລັບ​ຄວາມຊົ່ວ​ນາໆ​ປະການ​ຂອງ​ພວກເຂົາ​ນັ້ນ. ຈົ່ງ​ລົງໂທດ​ພວກເຂົາ​ໃນ​ທຸກໆສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ ໃຫ້​ກຳ​ນຳ​ສະໜອງ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ຈະ​ມາ​ປົກຄອງ​ດ້ວຍ​ຣິດທານຸພາບ​ຍິ່ງໃຫຍ່ ໂດຍ​ນຳ​ຄົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ມາ​ພ້ອມ.


ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ ຄື​ຫຍັບເຂົ້າ​ມາ​ໃກ້​ທີ່ສຸດ ແລະ​ມາ​ໄວ​ທີ່ສຸດ ໃນ​ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ເປັນ​ວັນ​ທີ່​ຂົມຂື່ນ ແມ່ນແຕ່ ບັນດາ​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ ກໍ​ຈະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ໝົດຫວັງ.


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ດັ່ງນັ້ນ ພວກເຮົາ​ແຕ່ລະຄົນ ຈຶ່ງ​ຈະ​ຕ້ອງ​ລາຍງານ​ເລື່ອງລາວ​ຂອງ​ຕົນເອງ​ຕໍ່​ພຣະເຈົ້າ.


ຖ້າ​ການງານ​ຂອງ​ຜູ້ໃດ ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ​ທົນ​ຢູ່​ໄດ້ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ.


ຜູ້​ປູກ​ກັບ​ຜູ້​ຫົດ​ນໍ້າ​ກໍ​ເປັນ​ພວກ​ດຽວກັນ, ແຕ່ລະຄົນ​ຈະ​ໄດ້​ຮັບ​ລາງວັນ​ຕາມ​ການງານ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.


ຝ່າຍ​ບັນດາ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງແຄ້ນ ເພາະ​ເວລາ​ທີ່​ຊົງ​ໂກດຮ້າຍ​ໄດ້​ມາ​ເຖິງ ຄື​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ພິພາກສາ​ລົງໂທດ. ແລະ​ເຖິງ​ເວລາ​ທີ່​ຈະ​ຊົງ​ປະທານ​ລາງວັນ ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ພວກ​ຜູ້​ປະກາດ​ພຣະທຳ ແລະ​ໄພ່ພົນ​ຂອງ​ພຣະອົງ​ທຸກຄົນ ຄື​ທຸກຄົນ​ທີ່​ມີ​ຄວາມ​ຢຳເກງ​ພຣະນາມ​ຂອງ​ພຣະອົງ ທັງ​ຜູ້ນ້ອຍ​ແລະ​ຜູ້ໃຫຍ່. ແລະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຊົງ​ທຳລາຍ ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ.”


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ.


ພຣະອົງ​ຜູ້​ຊົງ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານີ້ ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້.” ອາແມນ ອົງ​ພຣະເຢຊູເຈົ້າ​ເຊີນ​ສະເດັດ​ມາ​ເທີ້ນ!


“ແລະ​ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຖື​ຮັກສາ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້.”


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka