Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 22:10 - ພຣະຄຳພີສັກສິ

10 ແລ້ວ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປົກປິດ​ຖ້ອຍຄຳ​ທຳນວາຍ ໃນ​ໜັງສື​ມ້ວນ​ນີ້​ໄວ້​ເປັນ​ຄວາມ​ລັບ ເພາະ​ເວລາ​ທີ່​ເຫດການ​ຈະ​ເກີດຂຶ້ນ​ນັ້ນ ກໍ​ໃກ້​ເຂົ້າ​ມາ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແລ້ວ​ເທວະດາ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປະທັບຕາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ໃນ​ໜັງສືມ້ວນ​ນີ້​ເພາະວ່າ​ເວລາ​ໃກ້​ຈະ​ມາ​ເຖິງ​ແລ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 22:10
21 Jak'a apnaqawi uñst'ayäwi  

ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ເຮັດ​ໃຫ້​ສຸພາສິດ​ນີ້​ສຸດສິ້ນ​ໄປ. ຈະ​ບໍ່ມີ​ຜູ້ໃດ​ເວົ້າ​ຊໍ້າໄປ​ຊໍ້າ​ມາ​ອີກ​ຕໍ່ໄປ​ໃນ​ຊາດ​ອິດສະຣາເອນ.’ ຈົ່ງ​ກ່າວ​ແກ່​ພວກເຂົາ​ວ່າ, ‘ເວລາ​ມາເຖິງ​ແລ້ວ ແລະ​ຄຳທຳນວາຍ​ກໍ​ກຳລັງ​ກາຍເປັນຈິງ.


ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”


ເພິ່ນ​ຕອບ​ວ່າ, “ດານີເອນ​ເອີຍ ເຈົ້າ​ຕ້ອງ​ໄປ​ດຽວນີ້ ເພາະ​ຄຳເວົ້າ​ເຫຼົ່ານີ້ ຈະ​ຖືກ​ປົກປິດ​ໄວ້​ເປັນຄວາມລັບ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ນັ້ນ​ໄດ້​ມາເຖິງ.


ນິມິດ​ແຫ່ງ​ການ​ຖວາຍບູຊາ​ທັງ​ເຊົ້າ​ແລະ​ແລງ ທີ່​ໄດ້​ອະທິບາຍ​ແກ່​ເຈົ້າ​ນີ້​ເປັນ​ຄວາມຈິງ. ແຕ່​ບັດນີ້ ຂໍ​ໃຫ້​ເຈົ້າ​ຮັກສາ​ນິມິດ​ນີ້​ໄວ້​ເປັນຄວາມລັບ ເພາະ​ເວລາ​ທີ່​ຈະ​ເປັນ​ຄວາມຈິງ​ຂຶ້ນ​ມາ​ນັ້ນ​ກໍ​ຍັງ​ດົນນານ​ຢູ່.”


ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ໃນ​ທີ່​ມືດ​ພວກເຈົ້າ​ຈົ່ງ​ກ່າວ​ໃນ​ທີ່​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ຊິ່ມ​ເປັນ​ທາງ​ສ່ວນຕົວ ພວກເຈົ້າ​ຈົ່ງ​ປະກາດ​ເທິງ​ຫລັງຄາ​ເຮືອນ.


ນອກ​ນີ້​ພວກເຈົ້າ​ຮູ້​ວ່າ, ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຄວນ​ຈະ​ຕື່ນ​ຈາກ​ຫລັບ. ດ້ວຍວ່າ, ເວລາ​ທີ່​ພວກເຮົາ​ຈະ​ພົ້ນ​ນັ້ນ ກໍ​ໃກ້​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນ​ທຳອິດ​ນັ້ນ.


ກາງຄືນ​ກໍ​ລ່ວງໄປ​ຫລາຍ​ແລ້ວ ແລະ​ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ, ໃຫ້​ພວກເຮົາ​ເລີກ​ເຮັດ​ການ​ຝ່າຍ​ຄວາມມືດ ແລະ​ຈົ່ງ​ປະກອບ​ຕົວ​ດ້ວຍ​ອາວຸດ​ແຫ່ງ​ຄວາມ​ສະຫວ່າງ.


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ເລີຍ. ດ້ວຍວ່າ, ວັນ​ນັ້ນ​ຈະ​ບໍ່​ມາ​ເຖິງ ຈົນກວ່າ​ການ​ທໍລະຍົດ​ຄັ້ງ​ສຸດທ້າຍ​ຈະ​ເກີດຂຶ້ນ​ກ່ອນ ແລະ​ຜູ້​ຊົ່ວຮ້າຍ​ຈະ​ປາກົດ​ຕົວ​ຂຶ້ນ ຄື​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ນະຣົກ.


ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.


ສຽງ​ນັ້ນ​ກ່າວ​ວ່າ, “ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ ໃສ່​ໜັງສື​ມ້ວນ ແລະ​ຝາກ​ໄປ​ເຖິງ​ຄຣິສຕະຈັກ​ທັງ​ເຈັດ ຄື​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ ເມືອງ​ຊະມີນາ ເມືອງ​ເປຄາໂມ ເມືອງ​ທົວເຕຣາ ເມືອງ​ຊາເດ ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ.”


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ອ່ານ​ພຣະທຳ​ເຫຼັ້ມ​ນີ້ ແລະ​ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຮັບ​ຟັງ​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ແລະ​ປະຕິບັດ​ຕາມ​ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເຫຼັ້ມ​ນີ້. ດ້ວຍວ່າ, ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


ພໍ​ສຽງ​ເຫຼົ່ານັ້ນ​ດັງ​ອອກ​ມາ ຂ້າພະເຈົ້າ​ເກືອບ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ກ່າວ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ປົກປິດ​ຖ້ອຍຄຳ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ນັ້ນ ເປັນ​ຄວາມລັບ ຢ່າ​ຂຽນ​ລົງ​ໄປ.”


“ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫຼົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ​ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”


ຝ່າຍ​ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ ທີ່​ໄດ້ຍິນ​ຄຳທຳນວາຍ​ທັງຫຼາຍ​ໃນ​ໜັງສື​ມ້ວນ​ນີ້​ວ່າ, “ຖ້າ​ຜູ້ໃດ​ຈະ​ເພີ່ມຕື່ມ​ຂໍ້ຄວາມ​ໃດໆ​ໃສ່​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ເອົາ​ໄພພິບັດ​ທີ່​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້ ເພີ່ມຕື່ມ​ໃຫ້​ແກ່​ຜູ້ນັ້ນ.


ພຣະອົງ​ຜູ້​ຊົງ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານີ້ ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້.” ອາແມນ ອົງ​ພຣະເຢຊູເຈົ້າ​ເຊີນ​ສະເດັດ​ມາ​ເທີ້ນ!


“ແລະ​ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຖື​ຮັກສາ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້.”


ແຕ່​ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະວັງ ຢ່າ​ກົ້ມຂາບ​ເຮົາ​ເລີຍ, ເຮົາ​ເອງ​ກໍ​ເປັນ​ເພື່ອນ​ຜູ້ຮັບໃຊ້​ເໝືອນ​ກັບ​ທ່ານ ແລະ​ກັບ​ພວກ​ພີ່ນ້ອງ​ຂອງທ່ານ​ຊຶ່ງ​ເປັນ​ຜູ້​ປະກາດ​ພຣະທຳ ແລະ​ທຸກຄົນ​ທີ່​ຖື​ຮັກສາ​ຖ້ອຍຄຳ​ໃນ​ໜັງສື​ມ້ວນ​ນີ້ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ.”


ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka