Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:8 - ພຣະຄຳພີສັກສິ

8 ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.

Uka jalj uñjjattʼäta Copia luraña




ພຣະນິມິດ 21:8
39 Jak'a apnaqawi uñst'ayäwi  

ຄົນ​ເວົ້າຕົວະ​ໃນ​ສານ​ກໍ​ຈະ​ຖືກ​ໂທດ ທາງ​ຫລີກລຽງ​ໂທດ​ນັ້ນ​ຈະ​ບໍ່ມີ​ເລີຍ.


ຜູ້​ເວົ້າຕົວະ​ຢູ່​ໃນ​ສານ​ກໍ​ພານ​ຫາ​ໂທດ ລາວ​ຈະ​ໜີ​ໂທດ​ບໍ່ມົ້ມ​ຢ່າງ​ແນ່ນອນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ຂ້ານ້ອຍ​ຢ້ານ​ຈຶ່ງ​ໄດ້​ເອົາ​ເງິນ​ທີ່​ທ່ານ​ມອບ​ໃຫ້​ໄປ​ຝັງ​ດິນ​ໄວ້. ເບິ່ງແມ! ນີ້​ເດ ສິ່ງ​ທີ່​ເປັນ​ຂອງທ່ານ​ກໍໄດ້​ແລ້ວ.’


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ໂອ ຄົນ​ທີ່​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ” ແລ້ວ​ພຣະອົງ​ກໍ​ລຸກ​ຢືນ​ຂຶ້ນ​ສັ່ງ​ລົມ ແລະ​ຟອງ​ນໍ້າ​ໃຫ້​ຢຸດ ລົມ​ແລະ​ຟອງ​ນໍ້າ​ຈຶ່ງ​ງຽບ​ສະຫງົບ​ລົງ.


ຢູ່​ໃນ​ບ່ອນ​ນັ້ນ ໂຕ​ໜອນ​ບໍ່​ຮູ້​ຕາຍ ແລະ​ໄຟ​ບໍ່​ຮູ້​ມອດ​ຈັກເທື່ອ]


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ນາຍ​ທະຫານ​ຈະ​ກ່າວ​ກັບ​ນັກຮົບ​ອີກ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ເສຍຂວັນ​ແລະ​ຢ້ານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ເສຍຂວັນ​ໄປ​ນຳ​ເໝືອນກັນ.’


ຜູ້ຊົ່ວຮ້າຍ​ນັ້ນ​ຈະ​ມາ​ດ້ວຍ​ອຳນາດ​ຂອງ​ມານຊາຕານ ແລະ​ຈະ​ເຮັດ​ການ​ອິດທິຣິດ​ທຸກຢ່າງ​ກັບ​ໝາຍສຳຄັນ​ແລະ​ການ​ອັດສະຈັນ​ຫຼາຍຢ່າງ​ທີ່​ຈອມປອມ


ຄຳສັ່ງສອນ​ເຫຼົ່ານັ້ນ ມາ​ຈາກ​ການ​ໜ້າຊື່​ໃຈຄົດ​ຂອງ​ຄົນ​ຂີ້ຕົວະ ຄື​ຄົນ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ​ຖືກ​ໝາຍ​ໄວ້​ດ້ວຍ​ເຫຼັກ​ແດງ​ເຜົາ​ໄໝ້​ຢູ່.


ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ຈົ່ງ​ໃຫ້​ການ​ແຕ່ງງານ​ຂອງ​ພວກເຈົ້າ ເປັນ​ທີ່​ຍົກຍ້ອງ​ນັບຖື​ແກ່​ທຸກຄົນ ແລະ​ຈົ່ງ​ໃຫ້​ຄູ່​ຜົວ​ເມຍ​ສັດຊື່​ຕໍ່​ກັນແລະກັນ. ພຣະເຈົ້າ​ຈະ​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ສິນທຳ​ແລະ​ຄົນ​ຫລິ້ນຊູ້.


ແມ່ນ​ຜູ້ໃດ​ເປັນ​ຜູ້​ເວົ້າ​ຕົວະ ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ ພຣະເຢຊູເຈົ້າ​ບໍ່ແມ່ນ​ພຣະຄຣິດ ຜູ້​ທີ່​ປະຕິເສດ​ພຣະບິດາເຈົ້າ​ແລະ​ພຣະບຸດ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ຕໍ່ສູ້​ພຣະຄຣິດ.


ທຸກຄົນ​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ເປັນ​ຜູ້​ຂ້າຄົນ ພວກເຈົ້າ​ຮູ້​ແລ້ວ​ວ່າ ຜູ້​ຂ້າຄົນ​ບໍ່ມີ​ຊີວິດ​ນິຣັນດອນ​ຕັ້ງ​ຢູ່​ໃນ​ເຂົາ​ເລີຍ.


ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.


ຜູ້ນັ້ນ ຈະ​ຕ້ອງ​ດື່ມ​ເຫລົ້າແວງ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ຊົງ​ຖອກ​ລົງ​ໃນ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ນັ້ນ ໂດຍ​ບໍ່​ປົນ​ກັບ​ສິ່ງໃດ ຜູ້ນັ້ນ​ຈະ​ຖືກ​ທໍລະມານ​ໃນ​ໄຟ​ກັບ​ມາດ ຕໍ່ໜ້າ​ຝູງ​ເທວະດາ​ບໍຣິສຸດ ແລະ​ຕໍ່​ພຣະພັກ​ພຣະ​ເມສານ້ອຍ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ມີ​ໄຊຊະນະ ຈະ​ບໍ່​ຖືກ​ອັນຕະລາຍ​ຈາກ​ຄວາມ​ຕາຍ​ຄັ້ງ​ທີ​ສອງ.”


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້ຈັກ​ພາລະກິດ​ອັນ​ຍາກ​ລຳບາກ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ທົນ​ຕໍ່​ຄົນຊົ່ວຮ້າຍ​ບໍ່ໄດ້. ເຈົ້າ​ໄດ້​ລອງໃຈ​ຄົນ​ເຫຼົ່ານັ້ນ​ທີ່​ອວດ​ວ່າ ເປັນ​ອັກຄະສາວົກ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ ແລະ​ເຈົ້າ​ກໍ​ຮູ້ຈັກ​ແລ້ວ​ວ່າ​ພວກເຂົາ​ເປັນ​ຄົນ​ຂີ້ຕົວະ.


ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້ ມີ​ຝູງ​ມ້າ​ແລະ​ພວກ​ຄົນ​ຂີ່​ມ້າ ເຄື່ອງ​ປ້ອງກັນ​ເອິກ​ຂອງ​ພວກເຂົາ​ເປັນ​ສີແດງ​ຄື​ໄຟ ເປັນ​ສີຟ້າ​ຄື​ນິນ​ສີຄາມ ແລະ​ເປັນ​ສີເຫລືອງ​ຄື​ມາດ ຫົວ​ຂອງ​ມ້າ​ເຫຼົ່ານັ້ນ​ເໝືອນ​ຫົວ​ສິງ ມີ​ໄຟ ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.


ພວກເຂົາ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດມົນ​ຄາຖາ, ການ​ຜິດ​ສິນທຳ​ທາງ​ເພດ ແລະ​ການ​ລັກ​ຂອງ​ພວກຕົນ.


ສະນັ້ນ ເຈົ້າ​ຈົ່ງ​ປະກາດ​ແກ່​ຄົນ​ທັງຫລາຍ​ວ່າ, ‘ຖ້າ​ຜູ້ໃດ​ຢ້ານ​ໃຫ້​ກັບຄືນ​ເມືອ​ສາ ສ່ວນ​ພວກເຮົາ​ຈະ​ຢູ່​ທີ່​ພູ​ກີເລອາດ​ນີ້.”’ ດັ່ງນັ້ນ ຈຶ່ງ​ມີ​ຊາວສອງພັນ​ຄົນ​ກັບຄືນ​ເມືອ​ແລະ​ມີ​ສິບພັນ​ຄົນ​ຍັງເຫລືອ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka