ພຣະນິມິດ 21:3 - ພຣະຄຳພີສັກສິ3 ຂ້າພະເຈົ້າໄດ້ຍິນສຽງດັງອອກມາຈາກພຣະຣາຊບັນລັງ ແລະກ່າວວ່າ, “ເບິ່ງແມ! ທີ່ສະຖິດຂອງພຣະເຈົ້າກໍຢູ່ກັບມະນຸດແລ້ວ ພຣະອົງຈະສະຖິດຢູ່ກັບພວກເຂົາ ແລະພວກເຂົາກໍຈະເປັນໄພ່ພົນຂອງພຣະອົງ ພຣະເຈົ້າເອງຈະສະຖິດຢູ່ກັບພວກເຂົາ ແລະຈະຊົງເປັນພຣະເຈົ້າຂອງພວກເຂົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ແລະ ຂ້າພະເຈົ້າໄດ້ຍິນສຽງດັງມາຈາກບັນລັງກ່າວວ່າ, “ເບິ່ງແມ! ບັດນີ້ທີ່ສະຖິດຂອງພຣະເຈົ້າກໍມາຢູ່ທ່າມກາງມະນຸດແລ້ວ, ພຣະອົງຈະຢູ່ກັບພວກເຂົາ. ພວກເຂົາຈະເປັນຄົນຂອງພຣະອົງ ແລະ ພຣະເຈົ້າເອງຈະສະຖິດຢູ່ກັບພວກເຂົາ ແລະ ເປັນພຣະເຈົ້າຂອງພວກເຂົາ. Uka jalj uñjjattʼäta |
“ມະນຸດເອີຍ ນີ້ແຫລະແມ່ນບັນລັງຂອງເຮົາ. ເຮົາຈະຢູ່ທີ່ນີ້ໃນທ່າມກາງປະຊາຊົນອິດສະຣາເອນ ແລະປົກຄອງພວກເຂົາຕະຫລອດໄປ. ປະຊາຊົນອິດສະຣາເອນຕະຫລອດທັງບັນດາກະສັດຂອງພວກເຂົາ ຈະຕ້ອງບໍ່ເຮັດໃຫ້ນາມອັນບໍຣິສຸດຂອງເຮົາເປັນທີ່ອັບອາຍຂາຍໜ້າອີກຕໍ່ໄປ ໂດຍຂາບໄຫວ້ພະອື່ນ ຫລືໂດຍຝັງສົບຂອງ ກະສັດຂອງພວກເຂົາທີ່ໄດ້ຕາຍໄປແລ້ວໃນທີ່ນີ້ອີກ.
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ອົງພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, ‘ນີ້ແມ່ນພັນທະສັນຍາ ທີ່ເຮົາຈະສັນຍາໄວ້ກັບ ຍາດວົງອິດສະຣາເອນ ພາຍຫລັງສະໄໝນັ້ນ ຄືເຮົາຈະບັນຈຸກົດບັນຍັດຂອງເຮົາ ໄວ້ໃນໃຈຂອງພວກເຂົາ. ເຮົາຈະຈາລຶກກົດບັນຍັດນັ້ນ ໄວ້ໃນຫົວໃຈຂອງພວກເຂົາ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະຝ່າຍພວກເຂົາຈະເປັນ ພົນລະເມືອງຂອງເຮົາ.
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງຣິດອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາ ຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນແລະກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ.