Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:21 - ພຣະຄຳພີສັກສິ

21 ປະຕູ​ທັງ​ສິບສອງ​ນັ້ນ ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ ປະຕູ​ລະ​ໜ່ວຍ ແລະ​ຖະໜົນ​ໃນ​ນະຄອນ​ນັ້ນ ເປັນ​ຄຳ​ບໍຣິສຸດ​ສ່ອງໃສ​ເໝືອນ​ແກ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ປະຕູ​ທັງ​ສິບສອງ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ, ແຕ່​ລະ​ປະຕູ​ເຮັດ​ດ້ວຍ​ໄຂ່ມຸກ​ໜຶ່ງ​ໜ່ວຍ. ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ​ເປັນ​ຄຳ, ໃສ​ເໝືອນດັ່ງ​ແກ້ວ​ໂປ່ງໃສ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:21
10 Jak'a apnaqawi uñst'ayäwi  

ຫ້ອງ​ຊັ້ນໃນ​ນີ້​ຍາວ​ເກົ້າ​ແມັດ ກວ້າງ​ເກົ້າ​ແມັດ ສູງ​ເກົ້າ​ແມັດ ແລະ​ໂອບ​ດ້ວຍ​ຄຳ​ນໍ້າໜຶ່ງ. ສ່ວນ​ແທ່ນບູຊາ​ກໍ​ແອ້ມ​ດ້ວຍ​ໄມ້ແປກ.


ຍິງ​ຜູ້ນັ້ນ ນຸ່ງ​ເຄື່ອງ​ສີມ່ວງ​ອ່ອນ​ແລະ​ສີແດງເຂັ້ມ ແລະ​ປະດັບ​ຕົວ​ດ້ວຍ​ເຄື່ອງ​ຄຳ, ເພັດພອຍ ແລະ​ໄຂ່ມຸກ. ໃນ​ມື​ຂອງ​ນາງ​ມີ​ຈອກ​ຄຳ ທີ່​ເຕັມ​ແຕ່​ມົນທິນ​ອັນ​ໜ້າຂີ້ດຽດ ເປັນ​ຜົນ​ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນາງ.


ແລະ​ເປັ່ງ​ສຽງ​ດັງ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ ຜ້າ​ສີມ່ວງ​ອ່ອນ ຜ້າ​ສີແດງເຂັ້ມ ທີ່​ເຄີຍ​ປະດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດພອຍ​ຕ່າງໆ ແລະ​ດ້ວຍ​ໄຂ່ມຸກ​ນັ້ນ.


ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້ແທກ​ເປັນ​ຄຳ ສຳລັບ​ແທກ​ນະຄອນ ແທກ​ປະຕູ ແລະ​ກຳແພງ​ຂອງ​ນະຄອນ​ນັ້ນ.


ກຳແພງ​ນັ້ນ ສ້າງ​ດ້ວຍ​ແກ້ວມະນີໂຊດ ແລະ​ນະຄອນ​ນັ້ນ ສ້າງ​ດ້ວຍ​ຄຳ​ບໍຣິສຸດ​ທີ່​ເສາະໃສ​ເໝືອນ​ແກ້ວ.


ນໍ້າ​ນັ້ນ​ໄຫລ​ລົງ​ຜ່ານ​ກາງ​ຖະໜົນ​ຂອງ​ນະຄອນ ແຕ່ລະ​ແຄມ​ທັງສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ນັ້ນ ມີ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ເກີດຜົນ​ສິບສອງ​ຊະນິດ, ເກີດຜົນ​ທຸກ​ເດືອນ ແລະ​ໃບ​ຂອງ​ຕົ້ນ​ນັ້ນ ໃຊ້​ສຳລັບ​ປິ່ນປົວ​ບັນດາ​ປະຊາຊາດ​ທັງຫລາຍ​ໃຫ້​ດີ.


ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka