Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:18 - ພຣະຄຳພີສັກສິ

18 ກຳແພງ​ນັ້ນ ສ້າງ​ດ້ວຍ​ແກ້ວມະນີໂຊດ ແລະ​ນະຄອນ​ນັ້ນ ສ້າງ​ດ້ວຍ​ຄຳ​ບໍຣິສຸດ​ທີ່​ເສາະໃສ​ເໝືອນ​ແກ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ກຳແພງ​ນັ້ນ​ສ້າງ​ດ້ວຍ​ຫີນ​ໂມຣາ ແລະ ນະຄອນ​ນັ້ນ​ສ້າງ​ດ້ວຍ​ຄຳ​ບໍລິສຸດ​ທີ່​ໃສ​ເໝືອນດັ່ງ​ແກ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:18
6 Jak'a apnaqawi uñst'ayäwi  

ແມ່ນແຕ່​ພື້ນ​ຂອງ​ພຣະວິຫານ​ກໍ​ໃຊ້​ຄຳ​ປູ.


ກະສັດ​ໄດ້​ຕົບແຕ່ງ​ວິຫານ​ດ້ວຍ​ຫີນ​ອັນ​ງົດງາມ​ທີ່​ມີ​ຄ່າ ແລະ​ດ້ວຍ​ຄຳ​ທີ່​ໄດ້​ມາ​ຈາກ​ດິນແດນ​ຂອງ​ຊາວ​ປາຣະວາອິມ.


ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.


ບັນດາ​ຖານ​ຂອງ​ນະຄອນ​ນັ້ນ ປະດັບ​ດ້ວຍ​ເພັດພອຍ​ທຸກ​ຊະນິດ. ຖານ​ທີ​ໜຶ່ງ​ເປັນ​ແກ້ວມະນີໂຊດ, ທີ​ສອງ​ໄພທູນ, ທີ​ສາມ​ໂມຣາ, ທີ​ສີ່​ມໍຣະກົດ,


ປະຕູ​ທັງ​ສິບສອງ​ນັ້ນ ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ ປະຕູ​ລະ​ໜ່ວຍ ແລະ​ຖະໜົນ​ໃນ​ນະຄອນ​ນັ້ນ ເປັນ​ຄຳ​ບໍຣິສຸດ​ສ່ອງໃສ​ເໝືອນ​ແກ້ວ.


ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka