Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:15 - ພຣະຄຳພີສັກສິ

15 ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້ແທກ​ເປັນ​ຄຳ ສຳລັບ​ແທກ​ນະຄອນ ແທກ​ປະຕູ ແລະ​ກຳແພງ​ຂອງ​ນະຄອນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້​ວັດແທກ​ຄຳ​ເພື່ອ​ວັດແທກ​ນະຄອນ, ວັດແທກ​ປະຕູ ແລະ ວັດແທກ​ກຳແພງ​ຂອງ​ນະຄອນ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:15
10 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ໃກ້ໆ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຊາຍ​ຜູ້ໜຶ່ງ​ເຫລືອງເຫລື້ອມ​ດັ່ງ​ທອງສຳຣິດ. ເພິ່ນ​ຢືນ​ຢູ່​ທາງ​ປະຕູເຂົ້າ ຖື​ເຊືອກ​ແທກ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ແລະ​ມີ​ໄມ້ແທກ.


ໃນ​ນິມິດ​ຢ່າງ​ອື່ນ​ອີກ ຂ້າພະເຈົ້າ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຖື​ເຊືອກແທກ​ໃນ​ມື.


ຂ້າພະເຈົ້າ​ຖາມ​ວ່າ, “ທ່ານ​ກຳລັງ​ຈະ​ໄປ​ໃສ?” ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ໄປ​ແທກ​ນະຄອນ​ເຢຣູຊາເລັມ​ວ່າ​ຍາວ​ແລະ​ກວ້າງ​ເທົ່າໃດ.”


ນະຄອນ​ນັ້ນ ມີ​ກຳແພງ​ໃຫຍ່​ແລະ​ສູງ, ມີ​ປະຕູ​ສິບສອງ​ປ່ອງ ແລະ​ມີ​ເທວະດາ​ສິບສອງ​ຕົນ​ເຝົ້າ​ຮັກສາ​ຢູ່ ທີ່​ປະຕູ​ໄດ້​ຈາລຶກ​ຊື່​ສິບສອງ​ຕະກຸນ​ຂອງ​ພວກ​ຊາດ​ອິດສະຣາເອນ​ໄວ້.


ນະຄອນ​ນັ້ນ ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ກວ້າງ​ແລະ​ຍາວ​ເທົ່າ​ກັນ ເທວະດາ​ໄດ້​ເອົາ​ໄມ້ແທກ ມາ​ແທກ​ໄດ້​ດັ່ງນີ້: ຂ້າງ​ລະ​ສອງພັນ​ສີ່ຮ້ອຍ​ກິໂລແມັດ ກວ້າງ, ຍາວ ແລະ​ສູງ​ເທົ່າ​ກັນ​ໝົດ.


ປະຕູ​ທັງ​ສິບສອງ​ນັ້ນ ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ ປະຕູ​ລະ​ໜ່ວຍ ແລະ​ຖະໜົນ​ໃນ​ນະຄອນ​ນັ້ນ ເປັນ​ຄຳ​ບໍຣິສຸດ​ສ່ອງໃສ​ເໝືອນ​ແກ້ວ.


ປະຕູ​ທັງຫລາຍ​ໃນ​ນະຄອນ​ນັ້ນ ຈະ​ເປີດ​ຢູ່​ຕະຫລອດ​ວັນ ຈະ​ບໍ່​ຖືກ​ປິດ​ຈັກເທື່ອ ເພາະວ່າ​ໃນ​ທີ່ນັ້ນ​ບໍ່ມີ​ກາງຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka