Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:12 - ພຣະຄຳພີສັກສິ

12 ນະຄອນ​ນັ້ນ ມີ​ກຳແພງ​ໃຫຍ່​ແລະ​ສູງ, ມີ​ປະຕູ​ສິບສອງ​ປ່ອງ ແລະ​ມີ​ເທວະດາ​ສິບສອງ​ຕົນ​ເຝົ້າ​ຮັກສາ​ຢູ່ ທີ່​ປະຕູ​ໄດ້​ຈາລຶກ​ຊື່​ສິບສອງ​ຕະກຸນ​ຂອງ​ພວກ​ຊາດ​ອິດສະຣາເອນ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ນະຄອນ​ນັ້ນ​ມີ​ກຳແພງ​ໃຫຍ່, ສູງ, ມີ​ສິບສອງ​ປະຕູ ແລະ ມີ​ເທວະດາ​ສິບສອງ​ຕົນ​ຢູ່​ທີ່​ປະຕູ. ຢູ່​ເທິງ​ປະຕູ​ໄດ້​ຈາລຶກ​ຊື່​ຂອງ​ສິບສອງ​ຕະກູນ​ຂອງ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:12
21 Jak'a apnaqawi uñst'ayäwi  

ມີ​ຮູບ​ໂຕສິງ​ສິບສອງ​ໂຕ​ຢູ່​ເທິງ​ຂັ້ນໄດ​ນັ້ນ ຄື​ແຕ່ລະຂັ້ນ​ມີ​ຮູບ​ສິງ​ແຕ່ລະ​ຂ້າງ. ບໍ່ເຄີຍ​ມີ​ບັນລັງ​ໃດ​ເປັນ​ເຊັ່ນນີ້​ຢູ່​ໃນ​ຣາຊອານາຈັກ​ອື່ນໆ​ເລີຍ.


ພວກ​ຂ້ານ້ອຍ​ໄດ້​ເປັນ​ທາດຮັບໃຊ້, ແຕ່​ພຣະເຈົ້າ​ບໍ່ໄດ້​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ທາດຮັບໃຊ້​ຕໍ່ໄປ. ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ​ພໍໃຈ​ໃນ​ພວກ​ຂ້ານ້ອຍ ແລະ​ໃຫ້​ພວກເພິ່ນ​ອະນຸຍາດ​ແກ່​ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່ ຊຶ່ງ​ແຕ່​ກ່ອນ​ເປັນ​ບ່ອນ​ທີ່​ຮົກຮ້າງ​ເພພັງ ແລະ​ໃຫ້​ພວກ​ຂ້ານ້ອຍ​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ຢ່າງ​ປອດໄພ.


ເວລາ​ອຸທິດ​ຖວາຍ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ນັ້ນ ຊາວ​ເລວີ​ແມ່ນ​ໄດ້​ຖືກ​ນຳ​ມາ​ຈາກ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່ ເພື່ອ​ພວກເຂົາ​ຈະ​ສາມາດ​ຮ່ວມ​ໃນ​ພິທີ​ສະຫລອງ​ຂອງ​ການ​ອຸທິດ​ຖວາຍ​ໃນ​ຄັ້ງ​ນີ້ ໂດຍ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພ້ອມ​ດ້ວຍ​ສຽງ​ແສ່ງ​ແລະ​ສຽງ​ພິນ.


ຂໍ​ໃຫ້​ຄວາມ​ສະຫງົບສຸກ​ນັ້ນ​ມີ​ຢູ່​ພາຍໃນ​ກຳແພງ​ຂອງ​ເຈົ້າ ແລະ​ຂໍ​ໃຫ້​ມີ​ຄວາມ​ປອດໄພ​ດີ​ຢູ່​ໃນ​ບັນດາ​ວັງ​ຂອງ​ເຈົ້າ​ດ້ວຍ.”


ຂໍ​ຊົງ​ໂຜດ​ເມດຕາ​ແລະ​ຊ່ວຍເຫຼືອ​ຊີໂອນ​ດ້ວຍ ໂຜດ​ສ້າງ​ກຳແພງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ດ້ວຍ.


ແກ້ວ​ແຕ່ລະ​ຢ່າງ​ໃນ​ຈຳນວນ​ສິບສອງ​ຊະນິດ​ນັ້ນ ຈົ່ງ​ໃຫ້​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ໃສ່ ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.


ດ້ວຍ​ທັບທີມ​ອັນແທ້ ເຮົາ​ຈະ​ສ້າງ​ຫໍຄອຍ ດ້ວຍ​ແກ້ວ​ເຈຍລະໄນ​ຈະ​ສ້າງ​ປະຕູ​ເມືອງ​ຂຶ້ນ. ດ້ວຍ​ເພັດນິນ​ຈິນດາ​ຈະ​ສ້າງ​ກຳແພງ​ເມືອງ ໃຫ້​ເປັນ​ປ້ອມລ້ອມ​ກຳແພງ​ປ້ອງກັນ​ເຈົ້າ​ໄວ້.


ສຽງ​ຂອງ​ຄວາມ​ຮຸນແຮງ​ນັ້ນ​ຈະ​ບໍ່ມີ​ຕໍ່ໄປ ຄວາມ​ຈິບຫາຍ​ຈະ​ບໍ່​ມາ​ທຳລາຍ​ປະເທດ​ອີກ. ເຮົາ​ຈະ​ເປັນ​ດັ່ງ​ກຳແພງ​ລ້ອມ​ປົກປ້ອງ​ຄຸ້ມຄອງ ເຈົ້າ​ຈະ​ຍົກຍໍ​ເຮົາ​ເພາະ​ເຮົາ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [


ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ຢູ່​ມາ ຄົນ​ຍາກຈົນ​ຜູ້ນັ້ນ​ກໍ​ຕາຍ ແລະ​ຝູງ​ເທວະດາ​ໄດ້​ຮັບ​ເອົາ​ລາວ​ໄປ​ໄວ້ ຢູ່​ໃນ​ອ້ອມເອິກ​ຂອງ​ອັບຣາຮາມ ຝ່າຍ​ເສດຖີ​ນັ້ນ​ກໍ​ຕາຍ​ເໝືອນກັນ ແລ້ວ​ເຂົາ​ກໍ​ຝັງ​ໄວ້.


ປະຊາຊົນ​ຂອງ​ພວກ​ຂ້ານ້ອຍ​ທັງ​ສິບສອງ​ເຜົ່າ ຫວັງ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ນັ້ນ ຈຶ່ງ​ນະມັດສະການ​ພຣະເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ທັງເວັນ​ທັງຄືນ, ກະສັດ​ອັກຄຼີປາ​ທີ່​ນັບຖື ຍ້ອນ​ຄວາມຫວັງ​ອັນນີ້ ທີ່​ພວກ​ຢິວ​ກ່າວຫາ​ຂ້ານ້ອຍ.


ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?


ກຳແພງ​ແຕ່ລະ​ດ້ານ ມີ​ປະຕູ​ຢູ່​ສາມ​ປ່ອງ​ຄື: ທິດ​ຕາເວັນອອກ​ມີ​ສາມ​ປ່ອງ ທິດເໜືອ​ມີ​ສາມ​ປ່ອງ ທິດ​ໃຕ້​ມີ​ສາມ​ປ່ອງ ແລະ​ທິດ​ຕາເວັນຕົກ​ມີ​ສາມ​ປ່ອງ.


ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້ແທກ​ເປັນ​ຄຳ ສຳລັບ​ແທກ​ນະຄອນ ແທກ​ປະຕູ ແລະ​ກຳແພງ​ຂອງ​ນະຄອນ​ນັ້ນ.


ປະຕູ​ທັງຫລາຍ​ໃນ​ນະຄອນ​ນັ້ນ ຈະ​ເປີດ​ຢູ່​ຕະຫລອດ​ວັນ ຈະ​ບໍ່​ຖືກ​ປິດ​ຈັກເທື່ອ ເພາະວ່າ​ໃນ​ທີ່ນັ້ນ​ບໍ່ມີ​ກາງຄືນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຊຳລະ​ລ້າງ​ເສື້ອຜ້າ​ຂອງຕົນ​ໃຫ້​ສະອາດ ເພື່ອ​ພວກເຂົາ​ຈະ​ມີ​ສິດ​ຢ່າງ​ຖືກຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຜ່ານ​ທາງ​ປະຕູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka