Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 21:10 - ພຣະຄຳພີສັກສິ

10 ເພິ່ນ​ໄດ້​ຍົກ​ຂ້າພະເຈົ້າ​ດ້ວຍ​ພຣະວິນຍານ ໄປ​ເທິງ​ພູ​ສູງ​ໜ່ວຍ​ໃຫຍ່ ແລະ​ໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ໂດຍ​ພຣະວິນຍານ​ເທວະດາ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ພູເຂົາ​ໃຫຍ່ ແລະ ສູງ, ແລະ ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 21:10
17 Jak'a apnaqawi uñst'ayäwi  

ພໍ​ຂ້ານ້ອຍ​ຈາກ​ໄປ​ແລ້ວ​ຈະ​ເປັນ​ຢ່າງ​ໃດເດ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ພາ​ທ່ານ​ໜີໄປ​ບ່ອນ​ທີ່​ຄົນ​ບໍ່​ຮູ້ຈັກ? ເມື່ອ​ຂ້ານ້ອຍ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ທີ່ນີ້, ແຕ່​ເພິ່ນ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ. ທ່ານ​ຄົງ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ຕັ້ງແຕ່​ນ້ອຍ​ມາ.


ທັງ​ເວົ້າ​ວ່າ, “ພວກເຮົາ​ໃນ​ທີນີ້​ມີ​ຢູ່​ນຳ​ກັນ​ຫ້າສິບ​ຄົນ ລ້ວນແລ້ວແຕ່​ເປັນ​ຄົນ​ແຂງແຮງ​ທັງນັ້ນ. ໃຫ້​ພວກເຮົາ​ໄປ​ຊອກຫາ​ນາຍ​ຂອງທ່ານ​ສາ. ບາງທີ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ຫອບ​ເອົາ​ນາຍ​ຂອງທ່ານ​ໄປ​ປະ​ໄວ້​ຢູ່​ເທິງ​ພູເຂົາ ຫລື​ຢູ່​ຕາມ​ຮ່ອມພູ​ບາງ​ແຫ່ງ​ກໍໄດ້.” ເອລີຊາ​ຕອບ​ວ່າ, “ບໍ່ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໄປ.”


ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ຍົກ​ຂ້າພະເຈົ້າ​ຂຶ້ນ ທັງ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ທາງທິດ​ຕາເວັນອອກ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ. ໃກ້​ປະຕູ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຊາຍ​ຊາວຫ້າ​ຄົນ ໂດຍ​ມີ​ຢາອາຊານີຢາ​ລູກຊາຍ​ຂອງ​ອັດຊູຣະ ແລະ​ເປລາຕີຢາ​ລູກຊາຍ​ຂອງ​ເບນາອີຢາ ຮ່ວມ​ຢູ່​ດ້ວຍ.


ໃນ​ນິມິດ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ສູ່​ບ່ອນ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ບາບີໂລນ ແລ້ວ​ນິມິດ​ກໍ​ຫາຍ​ໄປ


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ທ່ານ​ໄດ້​ເດ່​ສ່ວນ​ທີ່​ເບິ່ງ​ຄື​ມື​ນັ້ນ​ອອກ​ມາ​ຈັບ​ຜົມ​ຂ້າພະເຈົ້າ. ແລ້ວ​ໃນ​ນິມິດ​ນີ້ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ຍົກ​ຂ້າພະເຈົ້າ​ຂຶ້ນ​ສູ່​ອາກາດ ແລະ​ນຳ​ຂ້າພະເຈົ້າ​ໄປ​ທີ່​ນະຄອນ​ເຢຣູຊາເລັມ. ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ຂ້າງ​ໃນ​ເດີ່ນ​ປະຕູ​ທາງ​ທິດເໜືອ​ຂອງ​ພຣະວິຫານ ບ່ອນ​ທີ່​ມີ​ຮູບເຄົາຣົບ​ຂອງ​ຄວາມ​ຫວງແຫນ ຊຶ່ງ​ກະທຳ​ໃຫ້​ເກີດ​ຄວາມ​ຫວງແຫນ.


ເມື່ອ​ທັງສອງ​ຂຶ້ນ​ມາ​ຈາກ​ນໍ້າ​ແລ້ວ ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຮັບ​ເອົາ​ຟີລິບ​ໄປ ສ່ວນ​ຂ້າຣາຊການ​ຄົນ​ນັ້ນ ກໍ​ບໍ່​ເຫັນ​ຟີລິບ​ຕໍ່ໄປ​ອີກ ເພິ່ນ​ຈຶ່ງ​ເດີນທາງ​ເມືອ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ.


ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ແຕ່​ຢ່າ​ແທກ​ບໍລິເວນ​ຂ້າງ​ນອກ​ຂອງ​ພຣະວິຫານ ເພາະ​ບ່ອນ​ນັ້ນ​ໄດ້​ມອບ​ໃຫ້​ພວກ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ຄື​ພວກ​ທີ່​ຈະ​ຢຽບຢໍ່າ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ.


ຂ້າພະເຈົ້າ​ກໍໄດ້​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ​ໃໝ່ ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ, ນະຄອນ​ນີ້​ໄດ້​ຈັດ​ຕຽມພ້ອມ​ແລ້ວ​ເໝືອນ​ເຈົ້າສາວ​ແຕ່ງຕົວ​ໄວ້​ເພື່ອ​ພົບ​ເຈົ້າບ່າວ​ຂອງຕົນ.


ເຮົາ​ຈະ​ຕັ້ງ​ຜູ້​ທີ່​ມີ​ໄຊຊະນະ​ນັ້ນ ໃຫ້​ເປັນ​ເສົາ​ໃນ​ວິຫານ​ແຫ່ງ​ພຣະເຈົ້າ​ຂອງເຮົາ ແລະ​ຜູ້ນັ້ນ​ຈະ​ບໍ່​ອອກ​ໄປ​ຈາກ​ພຣະວິຫານ​ຈັກເທື່ອ, ເຮົາ​ຈະ​ຈາລຶກ​ພຣະນາມ​ແຫ່ງ​ພຣະເຈົ້າ​ຂອງເຮົາ​ໃສ່​ຕົວ​ຜູ້ນັ້ນ ກັບ​ທັງ​ຊື່​ນະຄອນ​ເຢຣູຊາເລັມ​ໃໝ່ ຊຶ່ງ​ຈະ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງເຮົາ ແລະ​ເຮົາ​ຍັງ​ຈະ​ຈາລຶກ​ນາມ​ໃໝ່​ຂອງເຮົາ​ໃສ່​ຕົວ​ຂອງ​ຜູ້ນັ້ນ​ເໝືອນກັນ.


ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka