ພຣະນິມິດ 20:4 - ພຣະຄຳພີສັກສິ4 ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. ( Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ. Uka jalj uñjjattʼäta |
ໃນຂະນະທີ່ຂ້າພະເຈົ້າກຳລັງເບິ່ງຢູ່ນັ້ນ ກໍມີບັນລັງຫລາຍອັນໄດ້ຖືກນຳມາຕັ້ງໄວ້. ເພິ່ນຜູ້ມີຊີວິດຢູ່ຕະຫລອດໄປ ໄດ້ນັ່ງຢູ່ເທິງບັນລັງອັນໜຶ່ງໃນຈຳນວນບັນລັງເຫຼົ່ານີ້. ເຄື່ອງນຸ່ງຂອງເພິ່ນຂາວເໝືອນຫິມະ ຜົມຂອງເພິ່ນເໝືອນຂົນແກະບໍຣິສຸດຜຸດຜ່ອງ. ບັນລັງຂອງເພິ່ນທີ່ຢູ່ເທິງລໍ້ກໍເປັນໄຟລຸກໄໝ້ຢູ່
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”