ພຣະນິມິດ 20:3 - ພຣະຄຳພີສັກສິ3 ແລ້ວເພິ່ນໄດ້ຖິ້ມມັນລົງໄປໃນເຫວເລິກ ແລະໃສ່ກະແຈ ທັງຕີຕາປະທັບໃສ່ດ້ວຍ ເພື່ອບໍ່ໃຫ້ມັນໄດ້ຫລອກລວງບັນດາປະຊາຊາດທັງຫລາຍອີກຕໍ່ໄປ ຈົນກວ່າໜຶ່ງພັນປີຜ່ານພົ້ນໄປ. ຫລັງຈາກນັ້ນ ມັນຈະຕ້ອງຖືກປ່ອຍໃຫ້ອອກມາພຽງຊົ່ວໄລຍະໜຶ່ງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ເພິ່ນໄດ້ໂຍນມັນລົງໃນເຫວເລິກ, ໃສ່ກະແຈ ແລະ ປະທັບຕາໃສ່ມັນໄວ້ ເພື່ອບໍ່ໃຫ້ມັນອອກມາຫລອກລວງບັນດາປະຊາຊາດທັງຫລາຍອີກຈົນກວ່າຈະຄົບໜຶ່ງພັນປີ. ຫລັງຈາກນັ້ນ, ມັນຈະຕ້ອງຖືກປ່ອຍອອກມາຊົ່ວໄລຍະສັ້ນໆ. Uka jalj uñjjattʼäta |
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”