ພຣະນິມິດ 20:12 - ພຣະຄຳພີສັກສິ12 ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ແລະ ຂ້າພະເຈົ້າໄດ້ເຫັນບັນດາທີ່ຄົນຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍຢືນຢູ່ຕໍ່ໜ້າບັນລັງ ແລະ ໜັງສືຕ່າງໆກໍໄດ້ເປີດອອກ. ມີໜັງສືອີກເຫລັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫລົ່ານັ້ນ. Uka jalj uñjjattʼäta |
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.
ເຮົາຂໍຮ້ອງພວກເຈົ້າ ຜູ້ເປັນເພື່ອນຮ່ວມງານທີ່ສັດຊື່ຂອງເຮົາແທ້ໆ ເຮົາຢາກໃຫ້ເຈົ້າຊ່ວຍເຫລືອຍິງທັງສອງຄົນນີ້ ເພາະພວກເຂົາໄດ້ເຮັດວຽກຢ່າງໜັກໜ່ວງກັບເຮົາ ໃນວຽກງານຂ່າວປະເສີດຮ່ວມກັບກະເລເມ ແລະເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຊຶ່ງຊື່ຂອງເຂົາທັງຫລາຍມີຢູ່ໃນທະບຽນແຫ່ງຊີວິດແລ້ວ.
ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.”
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”