Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 20:1 - ພຣະຄຳພີສັກສິ

1 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ເພິ່ນ​ຖື​ກະແຈ​ຂອງ​ເຫວເລິກ​ແລະ​ຖື​ໂສ້​ເສັ້ນ​ໃຫຍ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ຖື​ກະແຈ​ຂອງ​ເຫວເລິກ ແລະ ໂສ້​ເສັ້ນ​ໃຫຍ່​ໃນ​ມື​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 20:1
8 Jak'a apnaqawi uñst'ayäwi  

ຜີມານຮ້າຍ​ເຫຼົ່ານີ້​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ສົ່ງ​ພວກ​ມັນ​ລົງ​ໄປ​ໃນ​ເຫວເລິກ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.


ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.


ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ສິດ​ອຳນາດ​ອັນ​ຍິ່ງໃຫຍ່ ແລະ​ຣັດສະໝີ​ຂອງ​ເພິ່ນ​ກໍ​ສ່ອງ​ແຈ້ງ​ທົ່ວ​ແຜ່ນດິນ​ໂລກ.


ແລ້ວ​ເພິ່ນ​ໄດ້​ຖິ້ມ​ມັນ​ລົງ​ໄປ​ໃນ​ເຫວເລິກ ແລະ​ໃສ່​ກະແຈ ທັງ​ຕີ​ຕາປະທັບ​ໃສ່​ດ້ວຍ ເພື່ອ​ບໍ່​ໃຫ້​ມັນ​ໄດ້​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ອີກ​ຕໍ່ໄປ ຈົນກວ່າ​ໜຶ່ງພັນ​ປີ​ຜ່ານ​ພົ້ນ​ໄປ. ຫລັງຈາກ​ນັ້ນ ມັນ​ຈະ​ຕ້ອງ​ຖືກ​ປ່ອຍ​ໃຫ້​ອອກ​ມາ​ພຽງ​ຊົ່ວ​ໄລຍະ​ໜຶ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka