ພຣະນິມິດ 2:7 - ພຣະຄຳພີສັກສິ7 ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ມີໄຊຊະນະ ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ຊຶ່ງຢູ່ໃນສວນຂອງພຣະເຈົ້າ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ທີ່ໄດ້ຮັບໄຊຊະນະເຮົາຈະໃຫ້ຜູ້ນັ້ນມີສິດກິນຜົນຈາກຕົ້ນໄມ້ແຫ່ງຊີວິດທີ່ຢູ່ໃນອຸທິຍານສະຫວັນຂອງພຣະເຈົ້າ. Uka jalj uñjjattʼäta |
ເຈົ້າເຄີຍໄດ້ຢູ່ໃນເອເດນສວນຂອງພຣະເຈົ້າ ທັງປະດັບກາຍດ້ວຍເພັດພອຍນາໆຊະນິດເຊັ່ນ: ທັບທີມແລະເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະໂມລາ; ນິນສີຄາມ, ມໍຣະກົດ ແລະໂກເມນ. ເຈົ້າມີເຄື່ອງເອ້ເປັນຄຳຢ່າງຫລວງຫລາຍ. ສິ່ງເຫຼົ່ານີ້ໄດ້ເຮັດໄວ້ສຳລັບເຈົ້າ ຕັ້ງແຕ່ມື້ທີ່ ເຈົ້າໄດ້ຖືກສ້າງຂຶ້ນມາ.
ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.”’ ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.”