ພຣະນິມິດ 2:5 - ພຣະຄຳພີສັກສິ5 ເຫດສະນັ້ນ ຈົ່ງລະນຶກວ່າເຈົ້າໄດ້ຕົກຈາກສະພາບໃດແລ້ວ ຈົ່ງກັບໃຈເສຍໃໝ່ແລະເຮັດຕາມຢ່າງເດີມ. ຖ້າບໍ່ດັ່ງນັ້ນ ເຮົາຈະມາຫາເຈົ້າ ແລະຈະຍົກຄັນຕະກຽງຂອງເຈົ້າອອກຈາກບ່ອນມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສຍໃໝ່. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ຈົ່ງລະນຶກວ່າເຈົ້າໄດ້ຕົກລົງມາໄກເທົ່າໃດ! ຈົ່ງກັບໃຈໃໝ່ ແລະ ເຮັດສິ່ງທີ່ເຈົ້າເຄີຍເຮັດຕັ້ງແຕ່ທຳອິດ. ຖ້າເຈົ້າບໍ່ກັບໃຈໃໝ່ເຮົາຈະມາຫາເຈົ້າ ແລະ ຍົກຫລັກຕະກຽງຂອງເຈົ້າອອກຈາກບ່ອນນີ້. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ.