Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:3 - ພຣະຄຳພີສັກສິ

3 ເຮົາ​ຮູ້​ວ່າ​ເຈົ້າ​ໄດ້​ອົດທົນ​ແລະ​ທົນທຸກ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ ແລະ​ເຈົ້າ​ກໍ​ບໍ່ໄດ້​ທໍ້ຖອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເຈົ້າ​ໄດ້​ອົດທົນບາກບັ່ນ ແລະ ອົດທົນ​ຕໍ່​ຄວາມຍາກລໍາບາກ​ເພື່ອ​ນາມ​ຂອງ​ເຮົາ ແລະ ເຈົ້າ​ກໍ​ບໍ່​ໄດ້​ເມື່ອຍລ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:3
49 Jak'a apnaqawi uñst'ayäwi  

ຈົ່ງ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ກະທຳການ ຢ່າ​ກັງວົນ​ນຳ​ຜູ້​ຮັ່ງມີ​ຫລື​ຜູ້ສຳເລັດ​ໃນ​ທາງ​ຊົ່ວຮ້າຍ.


ແມ່ນ​ເຫັນ​ແກ່​ພຣະອົງ ຂ້ານ້ອຍ​ຈຶ່ງ​ຖືກ​ໝິ່ນປະໝາດ ແລະ​ຖືກ​ອັບອາຍ​ຂາຍໜ້າ​ດ້ວຍ.


ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຍອມ​ອົດທົນ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຊົ່ວ​ໄລຍະ​ໜຶ່ງ, ແຕ່​ໃນ​ທີ່ສຸດ ພຣະອົງ​ຈະ​ປ້ອງກັນ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ຜູ້​ທີ່​ກ່າວ​ຜິດ​ຕໍ່​ພວກເຮົາ​ນັ້ນ​ພ່າຍແພ້​ຄະດີ​ໄປ. ພຣະອົງ​ຈະ​ນຳ​ພວກເຮົາ​ມາ​ສູ່​ແສງ​ສະຫວ່າງ ແລະ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົນ​ເຫັນ​ພຣະອົງ​ຊ່ວຍຊູ​ພວກເຮົາ​ໃຫ້​ພົ້ນ.


ເມື່ອ​ໄປ​ຕາມ​ທາງ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຊີໂມນ (ຊີໂມນ​ໄທ​ກີເຣເນ​ເປັນ​ພໍ່​ຂອງ​ອາເລັກຊັນເດີ ແລະ ຣູໂຟ.) ລາວ​ກຳລັງ​ມາ​ແຕ່​ບ້ານນອກ​ຜ່ານ​ໄປ​ທາງ​ນັ້ນ ແລະ​ພວກເຂົາ​ໄດ້​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ.


ຜູ້ໃດ​ບໍ່ໄດ້​ແບກ​ໄມ້ກາງແຂນ​ຂອງຕົນ​ຕາມ​ເຮົາ​ມາ ຜູ້ນັ້ນ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້.”


ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ສູ່​ພວກ​ສາວົກ​ຟັງ ເພື່ອ​ສັ່ງສອນ​ພວກເພິ່ນ​ວ່າ, ຈຳເປັນ​ຕ້ອງ​ໝັ່ນ​ພາວັນນາ​ອະທິຖານ​ຢູ່​ສະເໝີ ແລະ​ບໍ່​ໃຫ້​ທໍ້ຖອຍ​ໃຈ.


ພວກເຈົ້າ​ຈະ​ຮັກສາ​ຊີວິດ​ຈິດໃຈ​ຂອງ​ພວກເຈົ້າ​ໄວ້ ດ້ວຍ​ຄວາມ​ອົດທົນ​ພາກພຽນ​ຂອງ​ພວກເຈົ້າ.”


ຊີໂມນ​ຕອບ​ວ່າ, “ພຣະອາຈານ​ເອີຍ ພວກ​ຂ້ານ້ອຍ​ໄດ້​ຫາ​ຕະຫລອດ​ຄືນ ຈົນ​ອິດເມື່ອຍ ແລະ​ບໍ່ໄດ້​ຫຍັງ​ເລີຍ, ແຕ່​ເພື່ອ​ເຫັນແກ່​ທ່ານ​ບອກ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ​ຕາມ​ຄຳ​ຂອງ​ນາຍ.”


ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ ແລະ​ຢຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດຊື່​ແລະ​ເຊື່ອຟັງ ຈຶ່ງ​ທົນ​ໄດ້​ຈົນ​ເກີດຜົນ.”


ແຕ່​ພວກເຂົາ​ຈະ​ເຮັດ​ສິ່ງ​ທັງປວງ​ນີ້​ແກ່​ພວກເຈົ້າ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ. ດ້ວຍວ່າ, ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ໃນ​ຄວາມ​ຍາກ​ລຳບາກ ຈົ່ງ​ພາວັນນາ​ອະທິຖານ​ຢູ່​ບໍ່​ຂາດ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ທີ່​ເຮັດ​ວຽກງານ​ໜັກ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ເປຊີດາ ເພື່ອນ​ທີ່ຮັກ​ຂອງເຮົາ ຜູ້​ໄດ້​ເຮັດ​ພາລະກິດ​ອັນ​ໜັກໜ່ວງ​ຫລາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ບໍ່​ເຫັນ ພວກເຮົາ​ກໍ​ຄອງຄອຍ​ຖ້າ​ສິ່ງ​ນັ້ນ​ດ້ວຍ​ໃຈ​ອົດທົນ.


ຄວາມຮັກ​ສູ້ທົນ​ທຸກສິ່ງ ເຊື່ອ​ທຸກສິ່ງ ໄວ້ວາງໃຈ​ໃນ​ທຸກສິ່ງ ແລະ​ພຽນທົນ​ເອົາ​ທຸກສິ່ງ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ຕັກເຕືອນ​ພວກເຈົ້າ ໃຫ້​ຢູ່​ໃຕ້​ການນຳພາ​ຂອງ​ຄົນ​ເຫຼົ່ານີ້ ແລະ​ຂອງ​ທຸກຄົນ​ທີ່​ຮ່ວມ​ງານ ແລະ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ລຳບາກ​ຮ່ວມ​ກັບ​ພວກເຂົາ.


ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ເວົ້າ​ອວດ​ເຖິງ​ພາລະກິດ​ຂອງ​ຄົນອື່ນ​ໄດ້​ເຮັດ, ແຕ່​ກົງກັນຂ້າມ ເຮົາ​ຫວັງ​ວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຄົງ​ໃຫຍ່​ຂຶ້ນ ແລະ​ເຮົາ​ຍັງ​ຫວັງ​ວ່າ ພາລະກິດ​ຂອງເຮົາ​ຈະ​ຂະຫຍາຍ​ເຕີບ​ໃຫຍ່​ຂຶ້ນ​ຫລາຍກວ່າ​ເກົ່າ ໃນ​ທ່າມກາງ​ພວກເຈົ້າ​ໃນ​ຂອບເຂດ​ຂອງ​ພວກເຮົາ.


ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ​ບໍ? ເຮົາ​ຂໍ​ເວົ້າ​ດັ່ງ​ຄົນ​ເສຍສະຕິ​ວ່າ, ເຮົາ​ກໍ​ເປັນ​ລື່ນ​ພວກເຂົາ​ອີກ ເຮົາ​ໄດ້​ດຳເນີນ​ພາລະກິດ​ໜັກ​ກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຄຸກ​ຫລາຍກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຂ້ຽນ​ຖືກ​ຕີ​ຫລາຍກວ່າ​ພວກເຂົາ ແລະ​ໃນ​ການ​ປະເຊີນ​ໄພ ເຮົາ​ເກືອບ​ຕາຍ​ຫລາຍ​ເທື່ອ​ແລ້ວ.


ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ ເຖິງ​ແມ່ນ​ວ່າ​ກາຍ​ພາຍ​ນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ​ກໍຕາມ, ແຕ່​ໃຈ​ພາຍໃນ​ຂອງ​ພວກເຮົາ​ນັ້ນ ກໍ​ຍັງ​ຈະເລີນ​ຂຶ້ນ​ໃໝ່​ທຸກໆ​ວັນ.


ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ຫລື​ບໍ່​ຢູ່​ກໍຕາມ ພວກເຮົາ​ໄດ້​ຕັ້ງ​ເປົ້າໝາຍ​ເພື່ອ​ເຮັດ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະອົງ.


ໃນ​ການ​ຖືກ​ຂ້ຽນຕີ ຖືກ​ຄຸມຂັງ ໃນ​ການ​ວຸ້ນວາຍ ເຮັດ​ວຽກ​ອັນ​ໜັກໜ່ວງ​ໃນ​ການ​ອົດຫລັບ​ອົດນອນ ແລະ​ໃນ​ການ​ອຶດຫິວ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ.


ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ເຮົາ​ຂໍຮ້ອງ​ພວກເຈົ້າ ຜູ້​ເປັນ​ເພື່ອນ​ຮ່ວມງານ​ທີ່​ສັດຊື່​ຂອງເຮົາ​ແທ້ໆ ເຮົາ​ຢາກ​ໃຫ້​ເຈົ້າ​ຊ່ວຍເຫລືອ​ຍິງ​ທັງສອງ​ຄົນ​ນີ້ ເພາະ​ພວກເຂົາ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ກັບ​ເຮົາ ໃນ​ວຽກງານ​ຂ່າວປະເສີດ​ຮ່ວມ​ກັບ​ກະເລເມ ແລະ​ເພື່ອນ​ຮ່ວມ​ງານ​ຄົນອື່ນໆ​ຂອງເຮົາ​ດ້ວຍ ຊຶ່ງ​ຊື່​ຂອງ​ເຂົາ​ທັງຫລາຍ​ມີ​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ຂໍ​ໃຫ້​ພວກເຈົ້າ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ທຸກຢ່າງ ໂດຍ​ຣິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ທຸກສິ່ງ​ໄດ້ ແລະ​ມີ​ຄວາມ​ໝັ່ນພຽນ​ດ້ວຍ​ຄວາມ​ຍິນດີ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ຮັບຮູ້ ຜູ້​ທີ່​ເຮັດ​ການ​ງານ​ຢ່າງ​ໜັກໜ່ວງ​ໃນ​ທ່າມກາງ​ພວກເຈົ້າ ຄື​ຜູ້​ທີ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ເປັນ​ຜູ້​ສອນ​ພວກເຈົ້າ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່​ຕ້ອງ​ອິດເມື່ອຍ​ທີ່​ຈະ​ເຮັດ​ຄວາມດີ.


ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ນຳພາ​ຈິດໃຈ​ຂອງ​ພວກເຈົ້າ ສູ່​ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ສູ່​ຄວາມ​ພຽນ​ອົດທົນ​ຂອງ​ພຣະຄຣິດ.


ພວກເຮົາ​ບໍ່ໄດ້​ອາໄສ​ຢູ່​ກິນ​ລ້າໆ​ນຳ​ຜູ້ໃດ ແຕ່​ພວກເຮົາ​ໄດ້​ເຮັດ​ວຽກງານ​ຢ່າງ​ໜັກໜ່ວງ ພວກເຮົາ​ໄດ້​ເຮັດ​ວຽກ​ທັງເວັນ​ທັງຄືນ ເພື່ອ​ບໍ່​ໃຫ້​ເປັນ​ພາລະ​ແກ່​ຜູ້ໃດ​ໃນ​ພວກເຈົ້າ.


ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.


ຈົ່ງ​ຖື​ວ່າ​ຜູ້ປົກຄອງ​ທັງຫລາຍ ທີ່​ນຳພາ​ຄຣິສຕະຈັກ​ເປັນ​ຢ່າງດີ​ນັ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ ແລະ​ການ​ບຳລຸງລ້ຽງ​ສອງ​ເທົ່າ ໂດຍ​ສະເພາະ​ຜູ້​ທີ່​ເຮັດ​ວຽກ​ຢ່າງ​ດຸໝັ່ນ ໃນ​ການ​ເທດສະໜາ​ແລະ​ການ​ສັ່ງສອນ.


ພວກເຈົ້າ​ຈຳເປັນ​ຕ້ອງ​ມີ​ຄວາມ​ອົດທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ແລ້ວ ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ອອກ​ໄປ​ຫາ​ພຣະອົງ​ທີ່​ນອກ​ຄ້າຍ ແລະ​ຍອມ​ທົນ​ເອົາ​ຄຳ​ໝິ່ນປະໝາດ​ທີ່​ພຣະອົງ​ໄດ້​ຮັບ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


ພວກເຮົາ​ບໍ່​ປາຖະໜາ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນ​ກຽດຄ້ານ ແຕ່​ໃຫ້​ເປັນ​ເໝືອນ​ຄົນ​ເຫຼົ່ານັ້ນ ທີ່​ອາໄສ​ຄວາມເຊື່ອ​ແລະ​ຄວາມ​ພຽນ​ອົດທົນ ຈຶ່ງ​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ຢ່າງ​ນັ້ນ​ແຫຼະ ເມື່ອ​ອັບຣາຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະສັນຍາ​ນັ້ນ.


ເອົາ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ​ເພີ່ມ​ຄວາມຮູ້ ເອົາ​ຄວາມ​ໝັ້ນໃຈ​ເພີ່ມ​ຄວາມ​ບັງຄັບ​ຕົນ ເອົາ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ​ເພີ່ມ​ຄວາມ​ໝັ້ນໃຈ.


ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


ເພາະ​ເຈົ້າ​ໄດ້​ຖື​ຮັກສາ​ຄຳສັ່ງ​ຂອງເຮົາ ທີ່​ໃຫ້​ມີ​ຄວາມ​ອົດທົນ​ຢ່າງ​ພາກພຽນ, ຝ່າຍ​ເຮົາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄາວ​ຍາກ​ລຳບາກ ທີ່​ຈະ​ມີ​ເທິງ​ແຜ່ນດິນ​ໂລກ​ນີ້ ເພື່ອ​ຈະ​ທົດລອງ​ໃຈ​ຄົນ​ທັງປວງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka