28 ແລະເຮົາຈະປະທານດາວເພັກ (ຮຸ່ງອາຣຸນ) ໃຫ້ແກ່ຜູ້ນັ້ນ.
28 ເຮົາຈະມອບດາວອາລຸນໃຫ້ແກ່ຜູ້ນັ້ນດ້ວຍ.
ລູຊີເຟີ ດວງດາວສ່ອງໃສໃນຕອນເຊົ້າເອີຍ ເຈົ້າໄດ້ຕົກລົງຈາກສະຫວັນແລ້ວນໍ ໃນອະດີດນັ້ນ ເຈົ້າໄດ້ຕີຊະນະຫລາຍໆຊົນຊາດ ແຕ່ບັດນີ້ ເຈົ້າພັດຖືກໂຍນລົງຂີ້ດິນ.
ສະນັ້ນ ພວກເຮົາຢຶດຖືຄຳທຳນວາຍຢ່າງແນ່ນອນກວ່າເກົ່າ ຈະເປັນການດີ ຖ້າເຈົ້າທັງຫລາຍຈະຖືຕາມຄຳທຳນວາຍນັ້ນ ເພາະຄຳນັ້ນເປັນເໝືອນແສງໂຄມ ທີ່ສ່ອງສະຫວ່າງໃນບ່ອນມືດ ຈົນເຖິງວັນຮຸ່ງເຊົ້າ ແລະດາວເພັກຈະສ່ອງຂຶ້ນໃນໃຈຂອງພວກເຈົ້າ.
ພວກທີ່ຮັກເອີຍ, ບັດນີ້ເຮົາທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ແລະຍັງບໍ່ໄດ້ຊົງສຳແດງໃຫ້ຮູ້ຄັກວ່າ ຕໍ່ໄປພວກເຮົາຈະເປັນຢ່າງໃດ ແຕ່ພວກເຮົາຮູ້ວ່າເມື່ອພຣະອົງສະເດັດມາປາກົດນັ້ນ ເຮົາທັງຫລາຍຈະເປັນເໝືອນພຣະອົງ ເພາະວ່າພວກເຮົາຈະເຫັນພຣະອົງ ຢ່າງທີ່ພຣະອົງຊົງເປັນຢູ່ນັ້ນ.
“ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພະຍານ ເພື່ອສຳແດງເຫດການເຫຼົ່ານີ້ແກ່ພວກເຈົ້າ ສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າ ແລະໜໍ່ເຊື້ອຂອງດາວິດ ເປັນດາວເພັກດວງໃສຮຸ່ງເຮືອງ.”