Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:27 - ພຣະຄຳພີສັກສິ

27 ແລະ​ຜູ້ນັ້ນ​ຈະ​ບັງຄັບ​ບັນຊາ​ພວກເຂົາ​ດ້ວຍ​ຄ້ອນເຫລັກ ເໝືອນ​ຢ່າງ​ຊ່າງ​ໝໍ້​ທີ່​ທຳລາຍ​ໝໍ້​ດິນ​ໃຫ້​ແຕກ​ໝຸ່ນ​ເສຍ ຕາມ​ທີ່​ເຮົາ​ນີ້​ໄດ້​ຮັບ​ອຳນາດ​ຈາກ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

27 ຜູ້​ນັ້ນ ‘ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ ແລະ ຈະ​ທຸບ​ພວກເຂົາ​ໃຫ້​ໝຸ່ນ​ເປັນ​ຕ່ອນໆ​ຄື​ກັບ​ເຄື່ອງປັ້ນດິນເຜົາ’ ເໝືອນດັ່ງ​ທີ່​ເຮົາ​ໄດ້​ຮັບ​ສິດອຳນາດ​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:27
12 Jak'a apnaqawi uñst'ayäwi  

ພວກເຂົາ​ຖືກ​ກຳນົດ​ໃຫ້​ຕາຍ​ດັ່ງ​ໂຕ​ແກະ ແລະ​ຄວາມຕາຍ​ກໍ​ຈະ​ເປັນ​ຜູ້ລ້ຽງ​ເຂົາເຈົ້າ. ຄົນ​ຊອບທຳ​ຈະ​ມີໄຊ​ຂະນະທີ່​ຮ່າງກາຍ​ເປື່ອຍເໜົ່າ ໃນ​ແດນ​ມໍຣະນາ​ທີ່​ໄກ​ຈາກ​ເຮືອນ​ເຂົາເຈົ້າ.


ພວກເຈົ້າ​ຈະ​ຖືກ​ຕີ​ໃຫ້​ແຕກ​ດັ່ງ​ໝໍ້ດິນ ຄື​ແຕກ​ໝຸ່ນ​ໝົດ​ຈົນ​ບໍ່ມີ​ປ່ຽງໃດ​ພໍ​ຈະ​ເອົາ​ມາ​ໃສ່​ຖ່ານໄຟ​ຮ້ອນ​ໄດ້ ຫລື​ຕັກ​ເອົາ​ນໍ້າ​ຈາກ​ຖັງ​ໄດ້.”


ໂດຍ​ໃຫ້​ບອກ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ເຮົາ​ຈະ​ທຸບ​ຕີ​ປະຊາຊົນ​ພ້ອມ​ນະຄອນ​ນີ້​ໃຫ້​ແຕກ ດັ່ງ​ໄດ້​ທຸບ​ໝໍ້ດິນ​ໜ່ວຍ​ນີ້​ທີ່​ຈອດ​ເຂົ້າກັນ​ບໍ່ໄດ້​ອີກ. ປະຊາຊົນ​ຈະ​ຝັງ​ຊາກສົບ​ຂອງ​ຄົນຕາຍ​ໄວ້ ແມ່ນແຕ່​ໃນ​ໂຕເຟັດ​ຍ້ອນ​ໃນ​ທີ່​ອື່ນ​ບໍ່ມີ​ບ່ອນ​ຝັງ.


ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ໄດ້​ຮັບ​ອຳນາດ​ແຫ່ງ​ກະສັດ ແລະ​ຈະ​ຮັກສາ​ອຳນາດ​ນັ້ນ​ໄວ້​ໄດ້​ຕະຫລອດໄປ.”


ແລ້ວ​ອົງ​ຊົງ​ພຣະຊົນຢູ່​ຕະຫລອດໄປ ກໍ​ໄດ້ມາ​ປະກາດ​ຕັດສິນ​ເຂົ້າ​ຂ້າງ ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ເວລາ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ ທີ່​ຕ້ອງ​ຮັບ​ອຳນາດ​ແຫ່ງ​ກະສັດ​ໄດ້​ມາ​ເຖິງ​ແລ້ວ.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະບິດາເຈົ້າ​ໄດ້​ຊົງ​ຈັດແຈງ​ແຜ່ນດິນ​ໃຫ້​ເຮົາ​ຢ່າງ​ໃດ ເຮົາ​ກໍ​ຈະ​ຈັດແຈງ​ແຜ່ນດິນ​ໜຶ່ງ​ໃຫ້​ພວກເຈົ້າ​ເໝືອນກັນ​ຢ່າງ​ນັ້ນ.


ໂອ ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ, ຂ້ານ້ອຍ​ຢາກ​ໃຫ້​ພວກເຂົາ​ຢູ່​ກັບ​ຂ້ານ້ອຍ ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່​ນັ້ນ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ.


ແມ່ຍິງ​ນັ້ນ ໄດ້​ເກີດ​ລູກຊາຍ ຜູ້​ຊຶ່ງ​ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄ້ອນເຫລັກ ແລະ​ລູກ​ນັ້ນ​ໄດ້​ຖືກ​ຊົງ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະເຈົ້າ ແລະ​ເຖິງ​ພຣະ​ຣາຊບັນລັງ​ຂອງ​ພຣະອົງ.


ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka