ພຣະນິມິດ 2:26 - ພຣະຄຳພີສັກສິ26 ຜູ້ທີ່ມີໄຊຊະນະ ແລະຖືຮັກສາກິດຈະການຂອງເຮົາໄວ້ຈົນເຖິງທີ່ສຸດ, ເຮົາຈະໃຫ້ຜູ້ນັ້ນມີອຳນາດປົກຄອງບັນດາປະຊາຊາດ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່26 ຜູ້ໃດທີ່ຮັບໄຊຊະນະ ແລະ ເຮັດຕາມຄວາມປະສົງຂອງເຮົາຈົນເຖິງທີ່ສຸດ, ເຮົາຈະໃຫ້ຜູ້ນັ້ນມີສິດອຳນາດເໜືອປະຊາຊາດຕ່າງໆ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (
ເຮົາຈະຕັ້ງຜູ້ທີ່ມີໄຊຊະນະນັ້ນ ໃຫ້ເປັນເສົາໃນວິຫານແຫ່ງພຣະເຈົ້າຂອງເຮົາ ແລະຜູ້ນັ້ນຈະບໍ່ອອກໄປຈາກພຣະວິຫານຈັກເທື່ອ, ເຮົາຈະຈາລຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ນະຄອນເຢຣູຊາເລັມໃໝ່ ຊຶ່ງຈະລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາ ແລະເຮົາຍັງຈະຈາລຶກນາມໃໝ່ຂອງເຮົາໃສ່ຕົວຂອງຜູ້ນັ້ນເໝືອນກັນ.