Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:23 - ພຣະຄຳພີສັກສິ

23 ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:23
39 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ເວົ້າ​ຢ່າງໃດ​ກັບ​ພຣະອົງ​ຕື່ມ​ອີກ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ໃນ​ຂະນະ​ດຽວກັນ​ພຣະອົງ​ກໍ​ໃຫ້ກຽດ​ຂ້ານ້ອຍ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ.


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດຢູ່ ແລະ​ຍົດໂທດ​ໃຫ້​ເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ຮູ້ຈັກ​ຄວາມຄິດ ແລະ​ຈິດໃຈ​ຂອງ​ມະນຸດ. ໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ


ພຣະອົງ​ອາດ​ປ່ອຍ​ພວກເຂົາ​ໃຫ້​ມີ​ຊີວິດ​ຢູ່​ຢ່າງ​ປອດໄພ ແຕ່​ພຣະອົງ​ເຝົ້າ​ແນມເບິ່ງ​ພວກເຂົາ​ທຸກ​ເວລາ​ບໍ່​ຂາດ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ພຣະອົງ​ກໍ​ຮູ້ຈັກ​ຮອດ​ສ່ວນເລິກ ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກວດເບິ່ງ​ແລະ​ທົດສອບ​ຂ້ານ້ອຍ​ດ້ວຍ ຂໍ​ຊົງ​ໂຜດ​ພິສູດ​ເຖິງ​ຄວາມ​ປາຖະໜາ ແລະ​ຄວາມຄິດ​ຈິດໃຈ​ຂອງ​ຂ້ານ້ອຍ


ພຣະອົງ​ກໍ​ຕ້ອງ​ຄົ້ນພົບ​ເລື່ອງ​ນີ້​ຢ່າງ​ແນ່ນອນ ເພາະ​ຄວາມຄິດ​ອັນ​ເລິກລັບ ພຣະອົງ​ກໍ​ຊົງ​ຮູ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ ເພາະ​ພຣະອົງ​ເປັນ​ຜູ້​ປະທານ​ບຳເໜັດ​ລາງວັນ​ໃຫ້​ແກ່​ທຸກຄົນ ຕາມ​ຜົນ​ການກະທຳ​ຂອງ​ເຂົາເຈົ້າ.


ພຣະອົງ​ຄື​ພຣະເຈົ້າ​ອົງ​ຊອບທຳ ຜູ້​ຢັ່ງ​ຮູ້​ຄວາມຄິດ​ຈິດໃຈ ທັງ​ຄວາມ​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ. ພຣະອົງ​ລະງັບ​ຄວາມ​ຊົ່ວຮ້າຍ​ຂອງ​ຄົນຊົ່ວ​ທັງຫລາຍ ແລະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ຊອບທຳ​ທຸກຄົນ.


ແລ້ວ​ຂ້າພະເຈົ້າ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ; ພຣະອົງ​ທົດສອບ​ເບິ່ງ​ຄວາມ​ນຶກຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທັງຫລາຍ. ຂ້ານ້ອຍ​ຂໍ​ມອບ​ເລື່ອງ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ. ດັ່ງນັ້ນ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ຄົນ​ເຫຼົ່ານີ້​ດ້ວຍ​ເຖີດ.”


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.


ເມື່ອ​ໄດ້ຍິນ​ສຽງ​ເຫຼົ່ານີ້​ແລ້ວ ພວກ​ທີ່​ຢູ່​ທາງ​ເຂດ​ລຸ່ມ​ຂອງ​ຕົວເມືອງ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເພາະວ່າ​ບັນດາ​ພໍ່ຄ້າ​ທຸກຄົນ​ຈະ​ຕາຍ​ໝົດ.


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ເປໂຕ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ທຸກໃຈ​ທີ່​ພຣະເຢຊູເຈົ້າ​ໄດ້​ຖາມ​ຕົນ​ເຖິງ​ສາມ​ເທື່ອ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ສະນັ້ນ ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ພຣະອົງ​ຮູ້ຈັກ​ວ່າ ຂ້ານ້ອຍ​ຮັກ​ພຣະອົງ.” ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງເຮົາ​ເດີ.


ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້.”


ແລ້ວ​ພວກເພິ່ນ​ກໍ​ພາກັນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຢັ່ງ​ຮູ້​ຄວາມ​ນຶກຄິດ​ຈິດໃຈ​ຂອງ​ທຸກຄົນ. ສະນັ້ນ ໂຜດ​ຊີ້​ບອກ​ວ່າ​ໃນ​ສອງ​ຄົນ​ນີ້​ພຣະອົງ​ໄດ້​ເລືອກ​ເອົາ​ຜູ້ໃດ


ດັ່ງນັ້ນ ພວກເຮົາ​ແຕ່ລະຄົນ ຈຶ່ງ​ຈະ​ຕ້ອງ​ລາຍງານ​ເລື່ອງລາວ​ຂອງ​ຕົນເອງ​ຕໍ່​ພຣະເຈົ້າ.


ຝ່າຍ​ພຣະເຈົ້າ​ຜູ້​ທີ່​ສອດສ່ອງ​ຮູ້ເຫັນ​ຈິດໃຈ​ຂອງ​ພວກເຮົາ ກໍ​ຮູ້​ຄວາມ​ນຶກຄິດ​ຂອງ​ພຣະວິນຍານ, ເພາະ​ພຣະວິນຍານ​ຊົງ​ວິງວອນ​ຂໍ​ກັບ​ພຣະເຈົ້າ ສຳລັບ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ ຕາມ​ນໍ້າພຣະໄທ​ພຣະອົງ.


ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.


ດ້ວຍວ່າ, ທຸກຄົນ​ຕ້ອງ​ຮັບຜິດຊອບ​ຕໍ່​ພາລະ​ຂອງ​ຕົນເອງ.


ແລ້ວ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ຈະ​ຢ້ານກົວ​ແລະ​ຈະ​ບໍ່ມີ​ໃຜ​ກ້າ​ເຮັດ​ສິ່ງ​ຊົ່ວຮ້າຍ​ໃນ​ທ່າມກາງ​ພວກເຈົ້າ​ອີກ.


ແລ້ວ​ທຸກໆ​ຄົນ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ແລະ​ເກີດ​ຢ້ານກົວ ແລ້ວ​ກໍ​ຈະ​ບໍ່ມີ​ຜູ້ໃດ​ບັງ​ອາດ​ຝ່າຝືນ​ເຮັດ​ເຊັ່ນນັ້ນ​ອີກ​ຕໍ່ໄປ.”


ແລ້ວ​ທຸກໆ​ຄົນ​ກໍ​ຈະ​ໄດ້ຍິນ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ ຕໍ່ໄປ​ພວກເຂົາ​ຈະ​ເກີດ​ຢ້ານກົວ ແລະ​ຈະ​ບໍ່ມີ​ໃຜ​ບັງອາດ​ເຮັດ​ເລື່ອງ​ຊົ່ວຊ້າ​ຢ່າງ​ນີ້​ອີກ.


ແລ້ວ​ຊາວ​ເມືອງ​ກໍ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ​ໃຫ້​ເຖິງ​ຕາຍ. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຊ້າ​ເຊັ່ນນີ້​ໃຫ້​ໝົດ​ໄປ​ໄດ້. ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຈະ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ແລະ​ພວກເຂົາ​ຈະ​ຢ້ານກົວ.”


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


ແລະ​ຖ້າ​ພວກເຈົ້າ​ພາວັນນາ​ອະທິຖານ​ທູນ​ຂໍ​ຕໍ່​ພຣະອົງ ຜູ້​ຊົງ​ພິພາກສາ​ທຸກຄົນ ຕາມ​ກິດຈະການ​ຂອງ​ເຂົາ ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ເອີ້ນ​ພຣະອົງ​ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ​ປະຕິບັດ​ໄປ​ດ້ວຍ​ຄວາມ​ຢຳເກງ ຕະຫລອດ​ເວລາ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ມີ​ໄຊຊະນະ ຈະ​ບໍ່​ຖືກ​ອັນຕະລາຍ​ຈາກ​ຄວາມ​ຕາຍ​ຄັ້ງ​ທີ​ສອງ.”


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ມີ​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ຢູ່​ໃນ​ສວນ​ຂອງ​ພຣະເຈົ້າ.”


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ.


ທະເລ​ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ທ້ອງ​ທະເລ​ຄືນ​ມາ. ຄວາມ​ຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ໃນ​ທີ່ນັ້ນ​ຄືນ​ມາ​ເໝືອນກັນ. ພວກເຂົາ​ທັງໝົດ​ໄດ້​ຖືກ​ຕັດສິນ ຕາມ​ການ​ກະທຳ​ຂອງ​ພວກ​ຕົນ​ທຸກຄົນ.


“ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.


ຂ້າພະເຈົ້າ​ຫລຽວ​ເບິ່ງ​ກໍ​ເຫັນ​ມ້າ​ສີ​ຂຽວ​ອ່ອນ​ໂຕໜຶ່ງ​ອອກ​ມາ ຜູ້​ຂີ່​ມ້າ​ໂຕ​ນີ້​ຊື່​ວ່າ ມັດຈຸຣາດ ແລະ​ແດນ​ມໍຣະນາ ກໍ​ຕິດຕາມ​ມາ​ນຳ. ເຂົາ​ທັງສອງ​ໄດ້​ຮັບ​ສິດ​ອຳນາດ​ເໜືອ​ແຜ່ນດິນ​ໂລກ ໜຶ່ງ​ສ່ວນ​ສີ່ ເພື່ອ​ໃຫ້​ທຳລາຍ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ດ້ວຍ​ພະຍາດ​ໂຣຄາ ແລະ​ດ້ວຍ​ສັດປ່າ​ໃນ​ແຜ່ນດິນ​ໂລກ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka