Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:20 - ພຣະຄຳພີສັກສິ

20 ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ​ດັ່ງນີ້ ຄື​ເຈົ້າ​ຍອມ​ທົນ​ຟັງ​ຍິງ​ທີ່​ຊື່​ວ່າ​ເຢເຊເບນ ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ, ນາງ​ສອນ​ແລະ​ນຳພາ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ ແລະ​ໃຫ້​ກິນ​ອາຫານ​ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ເຖິງປານນັ້ນ ເຮົາ​ກໍ​ມີ​ຂໍ້​ນີ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ທົນ​ຟັງ​ເຢເຊເບນ ແມ່ຍິງ​ທີ່​ເອີ້ນ​ຕົນເອງ​ວ່າ​ເປັນ​ຜູ້ທຳນວາຍ. ຄຳສອນ​ຂອງ​ນາງ​ເຮັດ​ໃຫ້​ຜູ້ຮັບໃຊ້​ຂອງ​ເຮົາ​ຫລົງ​ເຮັດ​ຜິດສິນທຳທາງເພດ ແລະ ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:20
19 Jak'a apnaqawi uñst'ayäwi  

ການ​ທີ່​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ນັ້ນ​ຍັງ​ບໍ່​ພຽງພໍ; ເພິ່ນ​ໄດ້​ເຮັດ​ບາບ​ໄປ​ຫລາຍກວ່າ​ນັ້ນ​ອີກ ໂດຍ​ເອົາ​ນາງ​ເຢເຊເບນ​ມາ​ເປັນ​ເມຍ ນາງ​ເປັນ​ລູກສາວ​ຂອງ​ເອັດບາອານ​ກະສັດ​ແຫ່ງ​ຊີໂດນ ແລະ​ເພິ່ນ​ຂາບໄຫວ້​ພະບາອານ.


ແຕ່​ເອລີຢາ​ກ່າວ​ແກ່​ນາງ​ວ່າ, “ຢ່າ​ກັງວົນ​ເລີຍ ຈົ່ງ​ໄປ​ຈັດແຈ່ງ​ອາຫານ​ຂອງ​ເຈົ້າ​ສາ. ແຕ່​ກ່ອນ​ອື່ນ​ໝົດ​ໃຫ້​ເຈົ້າ​ເຮັດ​ເຂົ້າຈີ່​ກ້ອນ​ນ້ອຍໆ ຕາມ​ທີ່​ເຈົ້າ​ມີ​ນັ້ນ​ມາ​ໃຫ້​ຂ້ອຍ​ກິນ​ກ່ອນ ແລະ​ເຫຼືອ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ກັບ​ລູກຊາຍ​ຂອງ​ເຈົ້າ​ກິນ.


ໃນ​ຫ້ວຍ​ຈະ​ມີ​ນໍ້າ​ໃຫ້​ເຈົ້າ​ດື່ມ ແລະ​ເຮົາ​ຈະ​ສົ່ງ​ໂຕກາ​ນຳ​ເອົາ​ອາຫານ​ມາ​ໃຫ້​ເຈົ້າ​ກິນ​ຢູ່​ທີ່​ນັ້ນ.”


ກະສັດ​ໂຢຣາມ​ຖາມ​ລາວ​ວ່າ, “ທ່ານ​ມາ​ຢ່າງ​ສັນຕິ​ຫລື​ບໍ່?” ເຢຮູ​ຕອບ​ວ່າ, “ຈະ​ມີ​ສັນຕິ​ໄດ້​ຢ່າງໃດ ເມື່ອ​ຍັງ​ມີ​ການ​ຝຶກ​ເວດມົນ​ກົນຄາຖາ ແລະ​ການຂາບໄຫວ້​ຮູບ​ພະ​ທີ່​ເຢເຊເບນ​ແມ່​ຂອງທ່ານ​ໄດ້​ເລີ່ມ​ຂຶ້ນ?”


ເຈົ້າ​ຕ້ອງ​ຂ້າ​ກະສັດ​ຜູ້​ເປັນ​ນາຍ​ຂອງເຈົ້າ​ຄື​ລູກຊາຍ​ຂອງ​ອາຮາບ ເພື່ອ​ເປັນ​ການ​ລົງໂທດ​ນາງ​ເຢເຊເບນ​ທີ່​ໄດ້​ຂ້າ​ພວກ​ຜູ້ທຳນວາຍ ແລະ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະເຈົ້າຢາເວ.


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ​ນີ້ ເພາະວ່າ​ເມື່ອ​ພວກເຂົາ​ຂາບໄຫວ້​ບູຊາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ຈະ​ເຊີນ​ພວກເຈົ້າ​ໃຫ້​ເຂົ້າ​ຮ່ວມ ແລະ​ພວກເຈົ້າ​ອາດ​ຖືກ​ຊັກຊວນ​ໃຫ້​ກິນ​ອາຫານ ທີ່​ໄດ້​ຖວາຍ​ແກ່​ບັນດາ​ພະ​ຂອງ​ພວກເຂົາ​ກໍໄດ້.


“ມະນຸດ​ເອີຍ ບັດນີ້​ຈົ່ງ​ແນມ​ເບິ່ງ​ພວກ​ແມ່ຍິງ ໃນ​ທ່າມກາງ​ປະຊາຊົນ​ຂອງ​ເຈົ້າ​ທີ່​ທຳນວາຍ​ໄປ​ຕາມ​ຄວາມຄິດ​ຂອງ​ຕົນເອງ. ຈົ່ງ​ປະນາມ​ພວກເຂົາ


ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.


ຄື​ໃຫ້​ງົດເວັ້ນ​ເສຍ​ຈາກ​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບເຄົາຣົບ​ແລ້ວ, ໃຫ້​ງົດ​ຈາກ​ການ​ກິນ​ເລືອດ, ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້, ຖ້າ​ພວກທ່ານ​ງົດ​ຈາກ​ສິ່ງ​ເຫຼົ່ານີ້​ໄດ້ ພວກທ່ານ​ກໍ​ຢູ່ເຢັນ​ເປັນສຸກ ຈົ່ງ​ຈະເລີນ​ເທີ້ນ.”


ແຕ່​ຖ້າ​ມີ​ຜູ້​ບອກ​ພວກເຈົ້າ​ວ່າ, “ອາຫານ​ນີ້​ເຂົາ​ໄດ້​ຖວາຍ​ແກ່​ຮູບເຄົາຣົບ​ແລ້ວ” ກໍ​ຢ່າ​ສູ່​ກິນ​ອາຫານ​ນັ້ນ ເພາະ​ເຫັນແກ່​ຜູ້​ທີ່​ບອກ​ພວກເຈົ້າ ແລະ​ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ, (


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ ຄື​ເຈົ້າ​ໄດ້​ປະຖິ້ມ​ຄວາມຮັກ​ເດີມ​ຂອງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka