Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:2 - ພຣະຄຳພີສັກສິ

2 ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້ຈັກ​ພາລະກິດ​ອັນ​ຍາກ​ລຳບາກ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ທົນ​ຕໍ່​ຄົນຊົ່ວຮ້າຍ​ບໍ່ໄດ້. ເຈົ້າ​ໄດ້​ລອງໃຈ​ຄົນ​ເຫຼົ່ານັ້ນ​ທີ່​ອວດ​ວ່າ ເປັນ​ອັກຄະສາວົກ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ ແລະ​ເຈົ້າ​ກໍ​ຮູ້ຈັກ​ແລ້ວ​ວ່າ​ພວກເຂົາ​ເປັນ​ຄົນ​ຂີ້ຕົວະ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ພາລະກິດ​ອັນ​ຍາກລຳບາກ​ຂອງ​ເຈົ້າ ແລະ ຄວາມອົດທົນ​ຂອງ​ເຈົ້າ. ເຮົາ​ຮູ້​ວ່າ​ເຈົ້າ​ບໍ່​ສາມາດ​ທົນທານ​ຕໍ່​ຄົນ​ຊົ່ວຮ້າຍ​ໄດ້, ເຈົ້າ​ໄດ້​ທົດລອງ​ບັນດາ​ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ອັກຄະສາວົກ​ແຕ່​ບໍ່​ໄດ້​ເປັນ ແລະ ເຈົ້າ​ກໍ​ພົບ​ໄດ້​ວ່າ​ພວກເຂົາ​ຕົວະ.

Uka jalj uñjjattʼäta Copia luraña




ພຣະນິມິດ 2:2
21 Jak'a apnaqawi uñst'ayäwi  

ເພາະວ່າ​ພຣະເຈົ້າຢາເວ ຊົງ​ພິທັກ​ຮັກສາ​ຄົນ​ຊອບທຳ ແຕ່​ທາງ​ຂອງ​ຄົນ​ອະທຳ​ຈະ​ຈິບຫາຍໄປ.


ເມື່ອນັ້ນ ເຮົາ​ກໍ​ຈະ​ປະກາດ​ຕໍ່​ພວກເຂົາ​ວ່າ, ‘ເຮົາ​ບໍ່ເຄີຍ​ຮູ້ຈັກ​ພວກເຈົ້າ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ​ເສຍ ພວກເຈົ້າ​ຄົນ​ທີ່​ເຮັດ​ການ​ຊົ່ວຮ້າຍ​ເອີຍ.”’


ພຣະເຢຊູເຈົ້າ​ເວົ້າ​ເຊັ່ນນັ້ນ ກໍ​ເພື່ອ​ຢາກ​ຈະ​ລອງໃຈ​ຟີລິບ ເພາະ​ພຣະອົງ​ຮູ້​ແລ້ວ​ວ່າ ຈະ​ເຮັດ​ຢ່າງ​ໃດ).


ຕາມ​ທີ່​ຈິງ​ແລ້ວ “ຂ່າວປະເສີດ​ຢ່າງ​ອື່ນ” ບໍ່ມີ ແຕ່​ທີ່​ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພາະວ່າ​ມີ​ບາງຄົນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ວຸ້ນວາຍ​ໃຈ ແລະ​ຫາ​ທາງ​ປ່ຽນແປງ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ.


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


ເຫດສະນັ້ນ ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ຈາກ​ສະພາບ​ໃດ​ແລ້ວ ຈົ່ງ​ກັບໃຈ​ເສຍ​ໃໝ່​ແລະ​ເຮັດ​ຕາມ​ຢ່າງ​ເດີມ. ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ​ຈະ​ຍົກ​ຄັນ​ຕະກຽງ​ຂອງ​ເຈົ້າ​ອອກ​ຈາກ​ບ່ອນ​ມັນ ເວັ້ນ​ໄວ້​ແຕ່​ເຈົ້າ​ຈະ​ກັບໃຈ​ເສຍ​ໃໝ່.


ແຕ່​ເຈົ້າ​ກໍ​ຍັງ​ມີ​ສິ່ງ​ທີ່​ດີ​ຢູ່ ຄື​ເຈົ້າ​ກຽດຊັງ​ກິດຈະການ​ຂອງ​ພວກ​ນີໂກລາຍເຕ ຊຶ່ງ​ເຮົາ​ເອງ​ກໍ​ກຽດຊັງ​ເໝືອນກັນ.


ເຮົາ​ຮູ້​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ຍາກຈົນ (ແຕ່​ທີ່​ຈິງ​ແລ້ວ​ເຈົ້າ​ກໍ​ຮັ່ງມີ) ເຮົາ​ຮູ້​ວ່າ​ເຈົ້າ​ຖືກ​ໃສ່ຮ້າຍ​ປ້າຍສີ ໂດຍ​ພວກ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນ​ຢິວ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ​ດັ່ງ​ທີ່​ພວກເຂົາ​ອ້າງ​ນັ້ນ. ແຕ່​ພວກເຂົາ​ເປັນ​ພັກພວກ​ຂອງ​ມານຊາຕານ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ທີ່​ມີ​ພຣະວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ​ດາວ​ທັງ​ເຈັດ​ດວງ ຊົງ​ກ່າວ​ດັ່ງນີ້​ວ່າ, ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ທີ່​ຊື່​ວ່າ​ຍັງ​ມີ​ຊີວິດ​ຢູ່. ເຖິງ​ແມ່ນ​ເຈົ້າ​ໄດ້​ຕາຍໄປ​ແລ້ວ​ກໍຕາມ.


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ບໍ່​ເຢັນ​ບໍ່​ຮ້ອນ. ເຮົາ​ປາຖະໜາ​ເຫຼືອ​ເກີນ ຢາກ​ໃຫ້​ເຈົ້າ​ເຢັນ​ຫລື​ຮ້ອນ


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເບິ່ງແມ! ເຮົາ​ໄດ້​ໃຫ້​ປະຕູ​ໄຂ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ຊຶ່ງ​ບໍ່ມີ​ຜູ້ໃດ​ອັດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ ແຕ່​ກໍ​ຍັງ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່ໄດ້​ປະຕິເສດ​ນາມ​ຂອງເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka