ພຣະນິມິດ 2:14 - ພຣະຄຳພີສັກສິ14 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ດັ່ງນີ້ ຄືທີ່ນັ້ນມີບາງຄົນໃນພວກເຈົ້າ ຢຶດຖືຄຳສອນຂອງບາລາອາມ ຜູ້ທີ່ໄດ້ສອນບາຫລາກ ເຖິງວິທີນຳພາຊົນຊາດອິດສະຣາເອນໃຫ້ເຮັດບາບ ໂດຍຊັກຊວນພວກເຂົາໃຫ້ກິນອາຫານ ທີ່ຖືກຖວາຍແກ່ຮູບເຄົາຣົບ ແລະໃຫ້ປະພຶດຜິດສິນທຳທາງເພດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່14 ເຖິງປານນັ້ນ ເຮົາມີບາງຂໍ້ຕໍ່ວ່າເຈົ້າຄື: ມີບາງຄົນໃນທ່າມກາງພວກເຈົ້າທີ່ຢຶດຖືຄຳສອນຂອງບາລາອາມ ເຊິ່ງໄດ້ສອນບາຫລາກໃຫ້ຊັກຊວນຊາວອິດສະຣາເອນໃຫ້ເຮັດບາບດ້ວຍການກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບ ແລະ ການເຮັດຜິດສິນທຳທາງເພດ. Uka jalj uñjjattʼäta |
ສ່ວນຄົນຕ່າງຊາດທີ່ຮັບເຊື່ອແລ້ວນັ້ນ ພວກເຮົາໄດ້ສົ່ງຈົດໝາຍແຈ້ງໃຫ້ພວກເຂົາຊາບເຖິງສິ່ງທີ່ພວກເຮົາໄດ້ຕົກລົງກັນ ຄືໃຫ້ງົດຈາກການກິນອາຫານທີ່ໄດ້ຖວາຍແກ່ຮູບເຄົາຣົບແລ້ວ ໃຫ້ງົດຈາກການກິນເລືອດໃດໆທັງສິ້ນ ໃຫ້ງົດຈາກການກິນສັດທີ່ຕາຍເພາະຖືກຮັດຄໍ ແລະໃຫ້ຫລີກເວັ້ນຈາກການຫລິ້ນຊູ້.”