Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 2:13 - ພຣະຄຳພີສັກສິ

13 ເຮົາ​ຮູ້ຈັກ​ທີ່​ຢູ່​ຂອງ​ເຈົ້າ ຮູ້​ວ່າ​ທີ່​ນັ້ນ​ເປັນ​ບັນລັງ​ຂອງ​ມານຊາຕານ. ເຈົ້າ​ຍັງ​ຢຶດຖື​ນາມ​ຂອງເຮົາ​ໄວ້​ໝັ້ນ ແລະ​ບໍ່ໄດ້​ປະຕິເສດ​ຄວາມເຊື່ອ​ໃນ​ເຮົາ ແມ່ນ​ວ່າ​ໃນ​ເວລາ​ທີ່​ອັນຕິປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງເຮົາ ໄດ້​ຖືກ​ຂ້າ​ເສຍ​ໃນ​ທ່າມກາງ​ພວກເຈົ້າ ໃນ​ບ່ອນ​ທີ່​ມານຊາຕານ​ຢູ່​ກໍຕາມ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.

Uka jalj uñjjattʼäta Copia luraña




ພຣະນິມິດ 2:13
27 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ເມື່ອນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ທໍລະມານ ແລະ​ຖືກ​ນຳ​ໄປ​ປະຫານ​ຊີວິດ ຄົນ​ທຸກ​ຊາດ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ.


ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’


ທຸກຄົນ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.


ເມື່ອ​ພວກເຂົາ​ຂ້າ​ຊະເຕຟາໂນ ຜູ້​ທີ່​ເປັນ​ພະຍານ​ໃຫ້​ພຣະອົງ ຂ້ານ້ອຍ​ເອງ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ, ຂ້ານ້ອຍ​ເຫັນພ້ອມ​ນຳ​ພວກ​ຄາດຕະກອນ​ເຫຼົ່ານັ້ນ ໂດຍ​ເປັນ​ຜູ້​ຮັກສາ​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ.’


ລາວ​ມາ​ທີ່​ນີ້ ກໍ​ເພາະ​ຖື​ອຳນາດ​ຈາກ​ຫົວໜ້າ​ປະໂຣຫິດ ເພື່ອ​ຈັບກຸມ​ທຸກຄົນ​ທີ່​ນະມັດສະການ ​ພຣະອົງ.”


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ແຕ່​ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ພີ່ນ້ອງ​ຂອງຕົນ​ແລ້ວ ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສຍ​ອີກ.


ຈົ່ງ​ເຮັດ​ຕາມ​ແບບຢ່າງ​ແຫ່ງ​ຄຳສອນ​ອັນ​ມີ​ຫລັກ ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.


ຖ້າ​ພວກເຮົາ​ອົດທົນ​ເອົາ ພວກເຮົາ​ກໍ​ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ.


ຈົ່ງ​ຢຶດໝັ້ນ​ຢູ່​ກັບ​ຄວາມຫວັງ​ທີ່​ພວກເຮົາ​ປະກາດ​ຕົວ​ວ່າ ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ຫວັ່ນໄຫວ, ເພາະວ່າ ພຣະອົງ​ຜູ້​ຊົງ​ປະທານ​ພຣະສັນຍາ​ນັ້ນ​ກໍ​ຊົງ​ສັດຊື່.


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ບໍ່ແມ່ນ​ພວກເຂົາ​ນັ້ນ​ຫລື ທີ່​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະນາມ​ອັນ​ປະເສີດ ຊຶ່ງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະອົງ?


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.


ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ ໂຕ​ເໝືອນ​ເສືອ​ດາວ ຕີນ​ເໝືອນ​ຕີນ​ໝີ ແລະ​ປາກ​ເໝືອນ​ປາກ​ສິງ ພະຍານາກ​ໄດ້​ໃຫ້​ຣິດເດດ ແລະ​ບັນລັງ​ກັບ​ອຳນາດ​ອັນ​ໃຫຍ່​ຫລວງ​ຂອງຕົນ​ແກ່​ສັດຮ້າຍ​ນັ້ນ.


ໃນ​ເລື່ອງ​ນີ້​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຄວາມເຊື່ອ​ຝ່າຍ​ພຣະເຢຊູເຈົ້າ ກໍ​ຕ້ອງ​ໃຊ້​ຄວາມ​ພຽນ​ອົດທົນ.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້ຈັກ​ພາລະກິດ​ອັນ​ຍາກ​ລຳບາກ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ທົນ​ຕໍ່​ຄົນຊົ່ວຮ້າຍ​ບໍ່ໄດ້. ເຈົ້າ​ໄດ້​ລອງໃຈ​ຄົນ​ເຫຼົ່ານັ້ນ​ທີ່​ອວດ​ວ່າ ເປັນ​ອັກຄະສາວົກ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ ແລະ​ເຈົ້າ​ກໍ​ຮູ້ຈັກ​ແລ້ວ​ວ່າ​ພວກເຂົາ​ເປັນ​ຄົນ​ຂີ້ຕົວະ.


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


ເຫດສະນັ້ນ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ໄດ້​ຮັບ​ແລະ​ໄດ້ຍິນ​ຢ່າງ​ໃດ ຈົ່ງ​ຖື​ຮັກສາ​ແລະ​ກັບໃຈ​ເສຍ​ໃໝ່. ຖ້າ​ເຈົ້າ​ບໍ່​ຕື່ນ​ຂຶ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ເໝືອນ​ດັ່ງ​ຂະໂມຍ ແລະ​ເຈົ້າ​ຈະ​ບໍ່​ຮູ້​ວ່າ​ຍາມ​ໃດ​ເຮົາ​ຈະ​ມາ​ຫາ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka