ພຣະນິມິດ 2:10 - ພຣະຄຳພີສັກສິ10 ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ຢ່າຢ້ານການທົນທຸກທີ່ເຈົ້າກຳລັງຈະປະເຊີນ. ເຮົາບອກເຈົ້າວ່າ, ມານຮ້າຍຈະຂັງພວກເຈົ້າບາງຄົນໄວ້ໃນຄຸກເພື່ອທົດລອງພວກເຈົ້າ ແລະ ພວກເຈົ້າຈະທົນທຸກເພາະການຂົ່ມເຫັງເຖິງສິບວັນ. ຈົ່ງສັດຊື່ເຖິງແມ່ນວ່າຈະຕ້ອງຕາຍ ແລະ ເຮົາຈະມອບຊີວິດໃຫ້ເຈົ້າເພື່ອເປັນມົງກຸດແຫ່ງໄຊຊະນະ. Uka jalj uñjjattʼäta |
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”