Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:8 - ພຣະຄຳພີສັກສິ

8 ແລະ​ຊົງ​ໂຜດ​ໃຫ້​ເຈົ້າສາວ​ນັ້ນ ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ​ແລະ​ບໍຣິສຸດ.” (ເພາະ​ຜ້າປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະຕິບັດ​ອັນ​ຊອບທຳ​ແຫ່ງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.)

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຜ້າຝ້າຍລິນິນ​ເນື້ອລະອຽດດີ, ສົດ​ໃສ ແລະ ສະອາດ, ໄດ້​ມອບ​ໃຫ້​ແກ່​ເຈົ້າສາວ​ເພື່ອ​ສວມ​ໃສ່”. (ຜ້າຝ້າຍລິນິນ​ເນື້ອລະອຽດດີ​ນັ້ນ​ໝາຍເຖິງ​ການປະຕິບັດ​ອັນ​ຊອບທຳ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ.)

Uka jalj uñjjattʼäta Copia luraña




ພຣະນິມິດ 19:8
21 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພວກ​ປະໂຣຫິດ​ກະທຳ​ສິ່ງ​ທີ່​ຖືກຕ້ອງ​ສະເໝີໄປ ຂໍ​ໃຫ້​ປະຊາຊົນ​ທຸກຄົນ​ຂອງ​ພຣະອົງ​ໂຮຮ້ອງ​ຍິນດີ​ເຖີດ.


ນາງ​ຕໍ່າ​ຜ້າຫົ່ມ​ໄວ້ ແລະ​ນຸ່ງ​ຜ້າໄໝ​ສີມ່ວງ​ເນື້ອລະອຽດ​ອ່ອນ​ດີ.


ເສື້ອໃຫຍ່, ແພມົນ​ບາງໆ, ຜ້າ​ພັນ​ຄໍ ແລະ​ຜ້າ​ຍາວໆ​ທີ່​ໃຊ້​ປົກ​ຫົວ​ຂອງ​ພວກເຂົາ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ເຮົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ປັກແສ່ວ​ຢ່າງດີ​ໃຫ້​ເຈົ້າ ແລະ​ສຸບ​ເກີບ​ທີ່​ເຮັດ​ດ້ວຍ​ໜັງ​ຢ່າງດີ​ທີ່ສຸດ​ໃຫ້​ເຈົ້າ ມັດ​ຜ້າ​ຄຽນ​ຫົວ​ທີ່​ເປັນ​ປ່ານ ແລະ​ໃສ່​ເສື້ອຄຸມ​ທີ່​ເປັນ​ໄໝ​ໃຫ້​ເຈົ້າ.


ເມື່ອ​ພວກເຂົາ​ເຂົ້າ​ປະຕູ​ໄປ​ທີ່​ເດີ່ນ​ດ້ານໃນ​ຂອງ​ພຣະວິຫານ ພວກເຂົາ​ຕ້ອງ​ນຸ່ງ​ເຄື່ອງ​ຜ້າປ່ານ​ຢ່າງດີ. ຢ່າ​ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ໃດໆ​ທີ່​ເຮັດ​ດ້ວຍ​ຂົນແກະ ເວລາ​ພວກເຂົາ​ເຂົ້າ​ມາ​ປະຈຳ​ໜ້າທີ່​ຢູ່​ໃນ​ເດີ່ນ​ດ້ານໃນ ຫລື​ຢູ່​ໃນ​ພຣະວິຫານ.


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, ‘ສະຫາຍ​ເອີຍ ເຫດໃດ​ເຈົ້າ​ຈຶ່ງ​ເຂົ້າ​ມາ​ທີ່​ນີ້ ໂດຍ​ບໍ່​ນຸ່ງ​ເຄື່ອງ​ສຳລັບ​ພິທີ​ງານ​ສົມຣົດ?’ ແຕ່​ຜູ້​ນັ້ນ​ບໍ່​ຕອບ​ປະການ​ໃດ​ເລີຍ.


ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ເກີດ​ຮຸ່ງເຮືອງ​ຂາວ​ເຫຼື້ອມໃສ ຈົນ​ບໍ່ມີ​ຜູ້ໃດ​ໃນ​ໂລກນີ້​ຊັກ​ໃຫ້​ຂາວ​ເຊັ່ນນັ້ນ​ໄດ້.


ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ.


ເມື່ອ​ພວກເພິ່ນ​ຍັງ​ແນມ​ເບິ່ງ​ທ້ອງຟ້າ ໃນ​ຂະນະທີ່​ພຣະອົງ​ຂຶ້ນ​ໄປ​ນັ້ນ ໃນທັນໃດ ກໍ​ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ເປັນ​ປະກາຍ​ຢືນ​ຢູ່​ໃກ້ໆ​ພວກເພິ່ນ


ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.


ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


ແລ້ວ​ເທວະດາ​ເຈັດ​ຕົນ ທີ່​ຖື​ໄພພິບັດ​ເຈັດ​ຢ່າງ​ນັ້ນ ໄດ້​ອອກ​ມາ​ຈາກ​ພຣະວິຫານ ທຸກ​ຕົນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ ແລະ​ໃສ່​ສາຍ​ຮັດ​ໜ້າເອິກ​ທີ່​ເຮັດ​ດ້ວຍ​ຄຳ.


ຝູງ​ກອງທັບ​ໃນ​ສະຫວັນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ສີຂາວ ແລະ​ຂີ່​ມ້າ​ຂາວ​ໄດ້​ແຫ່​ຕິດຕາມ​ພຣະອົງ​ໄປ.


ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka