Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:5 - ພຣະຄຳພີສັກສິ

5 ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ແລ້ວ​ມີ​ສຽງ​ໜຶ່ງ​ອອກ​ມາ​ຈາກ​ບັນລັງ​ວ່າ: “ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ, ພວກເຈົ້າ​ທັງຫລາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຜູ້​ທີ່​ຢຳເກງ​ພຣະອົງ, ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ!”

Uka jalj uñjjattʼäta Copia luraña




ພຣະນິມິດ 19:5
14 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ອວຍພອນ​ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.


ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ຜູ້​ທີ່​ຮັບໃຊ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ເວລາ​ກາງຄືນ ຈົ່ງ​ມາ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເຖີດ ພວກເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.


ຂໍ​ໃຫ້​ທຸກສິ່ງ​ທີ່​ຫາຍໃຈ​ຢູ່​ນັ້ນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


“ພວກເຈົ້າ​ຜູ້​ຢຳເກງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ນະມັດສະການ​ພຣະອົງ.


ມັນ​ຍັງ​ເຮັດ​ໃຫ້​ຄົນ​ທັງໝົດ ທັງ​ນ້ອຍ​ແລະ​ໃຫຍ່ ທັງ​ຮັ່ງມີ​ແລະ​ຍາກຈົນ ທັງ​ເສລີ​ແລະ​ຂ້ອຍຂ້າ ໄດ້​ຮັບ​ເຄື່ອງໝາຍ​ໄວ້​ທີ່​ມື​ຂວາ ຫລື​ທີ່​ໜ້າຜາກ​ຂອງ​ພວກເຂົາ.


ແລ້ວ​ເທວະດາ​ຕົນ​ທີ​ເຈັດ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃນ​ອາກາດ ມີ​ສຽງ​ໜຶ່ງ​ດັງ​ແຮງ​ມາ​ຈາກ​ບັນລັງ​ໃນ​ພຣະວິຫານ ກ່າວ​ວ່າ, “ສຳເລັດ​ແລ້ວ.”


ເພື່ອ​ຈະ​ໄດ້​ມາ​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ບັນດາ​ແມ່ທັບ ແລະ​ບັນດາ​ທະຫານ, ຊີ້ນ​ຂອງ​ມ້າ​ກັບ​ຊີ້ນ​ຂອງ​ທະຫານ​ມ້າ, ຊີ້ນ​ຂອງ​ປະຊາຊົນ​ທັງຫລາຍ, ບໍ່​ວ່າ​ເປັນ​ຂ້ອຍໃຊ້ ຫລື​ເປັນ​ອິດສະຫລະ, ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.”


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ຄົນ​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ, ໜັງສື​ຕ່າງໆ​ກໍ​ເປີດ​ອອກ ແລະ​ມີ​ໜັງສື​ອີກ​ເຫຼັ້ມ​ໜຶ່ງ ກໍ​ເປີດ​ອອກ​ເໝືອນກັນ ຄື​ໜັງສື​ທະບຽນ​ແຫ່ງ​ຊີວິດ ແລະ​ຄົນ​ທັງຫລາຍ​ທີ່​ຕາຍ​ແລ້ວ ກໍ​ຖືກ​ຕັດສິນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ເຫຼົ່ານັ້ນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka