Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:3 - ພຣະຄຳພີສັກສິ

3 ແລ້ວ​ຄົນ​ເຫຼົ່ານັ້ນ​ກໍໄດ້​ຮ້ອງ​ຂຶ້ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຮາເລລູຢາ.” ຄວັນ​ຈາກ​ແປວ​ໄຟ​ທີ່​ເຜົາ​ໄໝ້​ນາງ ​ນັ້ນ ກໍ​ພຸ່ງ​ຂຶ້ນ​ຢູ່​ຕະຫລອດ​ນິຣັນດອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ພວກເຂົາ​ກໍ​ຮ້ອງ​ສຽງດັງ​ອີກ​ວ່າ: “ຮາເລລູຢາ! ຄວັນໄຟ​ຈາກ​ເມືອງ​ນັ້ນ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ”.

Uka jalj uñjjattʼäta Copia luraña




ພຣະນິມິດ 19:3
9 Jak'a apnaqawi uñst'ayäwi  

ເພິ່ນ​ຫລຽວ​ລົງ​ເບິ່ງ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ແລະ​ຮ່ອມພູ​ທັງໝົດ ຈຶ່ງ​ເຫັນ​ຄວັນໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ພື້ນດິນ ດັ່ງ​ຄວັນໄຟ​ທີ່​ພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ຫລອມ​ໃຫຍ່.


ຂໍ​ໃຫ້​ຄົນບາບ​ຖືກ​ທຳລາຍ​ສ້ຽງ​ຈາກ​ໂລກນີ້​ສາ ຂໍ​ຢ່າ​ສູ່​ໃຫ້​ມີ​ຄົນຊົ່ວ​ຫລົງເຫລືອ​ຢູ່​ຕໍ່ໄປ​ອີກ. ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ມັນ​ຈະ​ໄໝ້​ເຜົາຜານ​ທັງເວັນ​ທັງຄືນ ແລະ​ຄວັນ​ຈະ​ພຸ່ງ​ຂຶ້ນ​ຈາກ​ທີ່​ນັ້ນ​ຕະຫລອດໄປ. ດິນແດນ​ຈະ​ຖືກ​ປະ​ເປົ່າລ້າ​ທຸກຍຸກ​ທຸກສະໄໝ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ຜ່ານ​ທີ່ນັ້ນ​ອີກ​ຈັກເທື່ອ.


ເໝືອນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫຼົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫຼົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ​ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ.


ຄວັນ​ແຫ່ງ​ການ​ທໍລະມານ​ຂອງ​ພວກເຂົາ ກໍ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ຄົນ​ທັງຫລາຍ​ທີ່​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່ມີ​ເວລາ​ພັກຜ່ອນ ທັງ​ກາງເວັນ​ແລະ​ກາງຄືນ.”


ເມື່ອ​ເຫັນ​ຄວັນ​ຈາກ​ແປວໄຟ​ທີ່​ໄໝ້​ນະຄອນ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່ມີ​ນະຄອນ​ໃດ​ເລີຍ ທີ່​ຈະ​ເປັນ​ດັ່ງ​ມະຫາ​ນະຄອນ​ນີ້.”


ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງດັງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ໃນ​ສະຫວັນ ກຳລັງ​ຮ້ອງ​ວ່າ, “ຮາເລລູຢາ ຄວາມ​ພົ້ນ ສະຫງ່າຣາສີ ແລະ​ຣິດອຳນາດ ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ.


ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ໄດ້​ຂາບລົງ ແລະ​ນະມັດສະການ​ພຣະເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ພວກເພິ່ນ​ກ່າວ​ວ່າ, “ອາແມນ ຮາເລລູຢາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka