Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:2 - ພຣະຄຳພີສັກສິ

2 ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເພາະ​ບັນດາ​ການ​ຕັດສິນ​ຂອງ​ພຣະອົງ​ກໍ​ຖືກຕ້ອງ ແລະ ຍຸຕິທຳ. ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ນັ້ນ​ແລ້ວ ຜູ້​ທີ່​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການຫລິ້ນຊູ້​ຂອງ​ມັນ. ພຣະອົງ​ໃຫ້​ມັນ​ຊົດໃຊ້​ເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ”.

Uka jalj uñjjattʼäta Copia luraña




ພຣະນິມິດ 19:2
16 Jak'a apnaqawi uñst'ayäwi  

ເຈົ້າ​ຕ້ອງ​ຂ້າ​ກະສັດ​ຜູ້​ເປັນ​ນາຍ​ຂອງເຈົ້າ​ຄື​ລູກຊາຍ​ຂອງ​ອາຮາບ ເພື່ອ​ເປັນ​ການ​ລົງໂທດ​ນາງ​ເຢເຊເບນ​ທີ່​ໄດ້​ຂ້າ​ພວກ​ຜູ້ທຳນວາຍ ແລະ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະເຈົ້າຢາເວ.


ຄວາມ​ຢຳເກງ​ແກ່​ພຣະເຈົ້າຢາເວ​ເປັນ​ການ​ດີ ຊຶ່ງ​ຄວນ​ຈະ​ມີ​ສືບໆໄປ​ເປັນນິດ. ການຕັດສິນ​ຂອງ​ພຣະເຈົ້າຢາເວ​ກໍ​ທ່ຽງທຳ ເປັນ​ການຕັດສິນ​ທີ່​ຍຸດຕິທຳ​ຢູ່​ສະເໝີ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ສັນລະເສີນ​ພຣະນາມ​ພຣະເຈົ້າ. ພຣະອົງ​ນັ້ນ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ນາໆ​ປະການ ພຣະອົງ​ເຮັດ​ຕາມ​ແຜນການ​ທີ່​ຊົງ​ໄດ້​ວາງ​ໄວ້.


ແລ້ວ​ສານ​ແຫ່ງ​ສະຫວັນ​ກໍ​ຈະ​ພິພາກສາ​ເພິ່ນ, ຈະ​ຖອນ​ອຳນາດ​ຂອງ​ເພິ່ນ ແລະ​ຈະ​ທຳລາຍ​ເພິ່ນ​ຈົນ​ໝົດສິ້ນ.


ພຮະອົງ​ຈະ​ແກ້ແຄ້ນ ແລະ​ລົງໂທດ​ພວກເຂົາ; ມື້​ເຄາະກຳ​ໃກ້​ເຂົ້າ​ມາ ມື້​ທີ່​ພວກເຂົາ​ຫຼົ້ມຈົມ​ຈະ​ມາ​ຮອດ.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ບັນດາ​ຊົນຊາດ​ເອີຍ ຈົ່ງ​ຊົມຊື່ນຍິນດີ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ລົງໂທດ​ທຸກຄົນ​ທີ່​ຂ້າ​ພວກເຂົາ. ພຣະອົງ​ທຳການ​ແກ້ແຄ້ນ​ເຫຼົ່າ​ສັດຕູ​ທັງຫລາຍ ແລະ​ອະໄພ​ການບາບ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ.”


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka