Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:19 - ພຣະຄຳພີສັກສິ

19 ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ ແລະ​ບັນດາ​ກະສັດ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ພ້ອມ​ທັງ​ກອງທັບ​ຂອງ​ກະສັດ​ເຫຼົ່ານັ້ນ ໄດ້​ມາ​ໂຮມກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ຫລັງ​ມ້າ ແລະ​ຕໍ່ສູ້​ກອງທັບ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ສັດຮ້າຍ ແລະ ບັນດາ​ກະສັດ​ຂອງ​ໂລກ​ພ້ອມ​ທັງ​ກອງທັບ​ຂອງ​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ມ້າ ແລະ ກອງທັບ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ພຣະນິມິດ 19:19
14 Jak'a apnaqawi uñst'ayäwi  

ຍ້ອນ​ລາວ​ມີ​ຄວາມ​ສະຫລາດ​ແກມໂກງ ລາວ​ຈຶ່ງ​ສໍ້ໂກງ​ຄົນອື່ນ. ລາວ​ຈະ​ອວດຕົວ​ຂຶ້ນ ແລະ​ທຳລາຍ​ປະຊາຊົນ​ຢ່າງ​ຫລວງຫລາຍ ໂດຍ​ບໍ່​ເຕືອນ​ໃຫ້​ຮູ້. ລາວ​ຈະ​ທ້າທາຍ​ແມ່ນແຕ່​ຈອມກະສັດ​ຜູ້​ຍິ່ງໃຫຍ່, ແຕ່​ລາວ​ຈະ​ຖືກ​ທຳລາຍ​ດ້ວຍ​ອຳນາດ​ທີ່​ບໍ່ໄດ້​ມາ​ຈາກ​ມະນຸດ.


ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.


ມີ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສາມ​ນຳ​ໄປ ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຖ້າ​ຜູ້ໃດ​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ແລະ​ຮັບ​ເຄື່ອງໝາຍ​ນັ້ນ ໄວ້​ທີ່​ໜ້າຜາກ​ຫລື​ທີ່​ມື,


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


ແລະ​ວິນຍານ​ເຫຼົ່ານັ້ນ ໄດ້​ພາ​ກະສັດ​ທັງຫລາຍ​ມາ​ຊຸມນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ, “ອາມາເຄໂດນ.”


ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.


ສ່ວນ​ກອງທັບ​ຂອງ​ພວກເຂົາ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຝູງ​ນົກ​ທັງປວງ​ກໍໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫຼົ່ານັ້ນ​ຈົນ​ອີ່ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka