Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:18 - ພຣະຄຳພີສັກສິ

18 ເພື່ອ​ຈະ​ໄດ້​ມາ​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ບັນດາ​ແມ່ທັບ ແລະ​ບັນດາ​ທະຫານ, ຊີ້ນ​ຂອງ​ມ້າ​ກັບ​ຊີ້ນ​ຂອງ​ທະຫານ​ມ້າ, ຊີ້ນ​ຂອງ​ປະຊາຊົນ​ທັງຫລາຍ, ບໍ່​ວ່າ​ເປັນ​ຂ້ອຍໃຊ້ ຫລື​ເປັນ​ອິດສະຫລະ, ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເພື່ອ​ພວກເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ຂອງ​ບັນດາ​ນາຍພົນ ແລະ ຜູ້ມີອຳນາດ, ຊີ້ນ​ມ້າ ແລະ ຊີ້ນ​ຂອງ​ຄົນຂີ່ມ້າ ແລະ ຊີ້ນ​ຂອງ​ປະຊາຊົນ​ທັງໝົດ, ຊີ້ນ​ຂອງ​ອິດສະຫລະ ແລະ ຂ້າທາດ, ຊີ້ນ​ຂອງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ”.

Uka jalj uñjjattʼäta Copia luraña




ພຣະນິມິດ 19:18
18 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ເພາະ​ໃນ​ບ່ອນ​ນີ້​ເຮົາ​ຈະ​ທຳລາຍ​ແຜນການ​ທັງປວງ​ຂອງ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຊະນະ​ພວກເຂົາ ແລະ​ສັງຫານ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ໄດ້​ກິນ​ຊາກສົບ​ຂອງ​ພວກເຂົາ​ເປັນ​ອາຫານ.


ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ພວກເຂົາ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ຝູງນົກ​ເຈາະ​ແລະ​ຖືກ​ສັດປ່າ​ກັດກິນ.


ຊາກສົບ​ຕ່າງໆ​ຈະ​ກາຍເປັນ​ອາຫານ​ຂອງ​ຝູງນົກ ແລະ​ສັດປ່າ​ທັງຫລາຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ມັນ​ໜີໄປ​ຈາກ​ທີ່ນັ້ນ.


ເຮົາ​ຈະ​ລາກ​ເຈົ້າ​ພ້ອມ​ກັບ​ປາ​ທັງໝົດ​ຂຶ້ນ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ຮ່າງ​ຂອງ​ເຈົ້າ​ຈະ​ຕົກລົງ​ກັບ​ພື້ນດິນ​ແລະ​ຖືກ​ປະ​ໄວ້​ໂດຍ​ບໍ່ມີ​ຜູ້ໃດ​ຝັງ. ເຮົາ​ຈະ​ເອົາ​ຮ່າງ​ນັ້ນ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ກິນ​ເປັນ​ອາຫານ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອີ້ນ​ເອົາ​ຝູງນົກ​ແລະ​ຝູງສັດ​ທັງໝົດ​ຈາກ​ທີ່​ອ້ອມແອ້ມ​ນີ້ ມາ​ກິນ​ເຄື່ອງ​ບູຊາ​ທີ່​ເຮົາ​ກຳລັງ​ຈັດຕຽມ​ໄວ້​ສຳລັບ​ພວກ​ມັນ. ນີ້​ແມ່ນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ທີ່​ເທິງ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ຄື​ບ່ອນ​ທີ່​ພວກມັນ​ກິນ​ຊີ້ນ ແລະ​ດື່ມ​ເລືອດ​ໄດ້.


ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ໂຮມ​ກັນ​ຢູ່​ບ່ອນ​ນັ້ນ.”


ແລ້ວ​ພວກ​ສາວົກ​ກໍ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ເຫດການ​ນັ້ນ​ຈະ​ເກີດຂຶ້ນ​ຢູ່​ທີ່​ໃດ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ຈຸ້ມ​ກັນ​ຢູ່​ບ່ອນ​ນັ້ນ.”


ເມື່ອ​ພວກເຈົ້າ​ຕາຍໄປ ແຮ້ງ​ແລະ​ສັດປ່າ​ຈະ​ມາ​ກິນ​ຊາກສົບ ແລະ​ຈະ​ບໍ່ມີ​ໃຜ​ໄລ່​ພວກ​ມັນ​ໜີໄປ.


ຝ່າຍ​ບັນດາ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງແຄ້ນ ເພາະ​ເວລາ​ທີ່​ຊົງ​ໂກດຮ້າຍ​ໄດ້​ມາ​ເຖິງ ຄື​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ພິພາກສາ​ລົງໂທດ. ແລະ​ເຖິງ​ເວລາ​ທີ່​ຈະ​ຊົງ​ປະທານ​ລາງວັນ ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ພວກ​ຜູ້​ປະກາດ​ພຣະທຳ ແລະ​ໄພ່ພົນ​ຂອງ​ພຣະອົງ​ທຸກຄົນ ຄື​ທຸກຄົນ​ທີ່​ມີ​ຄວາມ​ຢຳເກງ​ພຣະນາມ​ຂອງ​ພຣະອົງ ທັງ​ຜູ້ນ້ອຍ​ແລະ​ຜູ້ໃຫຍ່. ແລະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຊົງ​ທຳລາຍ ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ.”


ມັນ​ຍັງ​ເຮັດ​ໃຫ້​ຄົນ​ທັງໝົດ ທັງ​ນ້ອຍ​ແລະ​ໃຫຍ່ ທັງ​ຮັ່ງມີ​ແລະ​ຍາກຈົນ ທັງ​ເສລີ​ແລະ​ຂ້ອຍຂ້າ ໄດ້​ຮັບ​ເຄື່ອງໝາຍ​ໄວ້​ທີ່​ມື​ຂວາ ຫລື​ທີ່​ໜ້າຜາກ​ຂອງ​ພວກເຂົາ.


ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ.


ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.”


ແລ້ວ​ກະສັດ​ທັງຫລາຍ​ໃນ​ໂລກ, ພວກ​ຜູ້ປົກຄອງ​ປະເທດ​ແລະ​ພວກ​ເຈົ້ານາຍ, ພວກ​ຄົນ​ຮັ່ງມີ​ແລະ​ພວກ​ຜູ້​ມີ​ອຳນາດ ແລະ​ຄົນ​ທັງຫລາຍ​ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖໍ້າ ແລະ​ຢູ່​ໃຕ້​ໂງ່ນຫີນ​ຕາມ​ພູ​ຕ່າງໆ.


ລາວ​ເວົ້າ​ທ້າທາຍ​ດາວິດ​ວ່າ, “ເຂົ້າ​ມາ​ພີ້ ກູ​ຈະ​ເອົາ​ຊາກສົບ​ຂອງ​ມຶງ​ໃຫ້​ນົກ​ແລະ​ສັດປ່າ​ກິນ.”


ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka