Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:11 - ພຣະຄຳພີສັກສິ

11 ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ຂ້າພະເຈົ້າ​ໄດ້​ເຫັນ​ສະຫວັນ​ເປີດ​ອອກ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ມ້າ​ຂາວ​ໂຕ​ໜຶ່ງ, ພຣະອົງ​ຜູ້ຂີ່ມ້າ​ນັ້ນ​ມີ​ຊື່​ວ່າ​ສັດຊື່ ແລະ ທ່ຽງແທ້. ພຣະອົງ​ພິພາກສາ ແລະ ສູ້ຮົບ​ດ້ວຍ​ຄວາມຍຸຕິທຳ

Uka jalj uñjjattʼäta Copia luraña




ພຣະນິມິດ 19:11
28 Jak'a apnaqawi uñst'ayäwi  

ຟ້າ​ສະຫວັນ​ປະກາດ​ວ່າ ພຣະເຈົ້າ​ຊົງ​ຊອບທຳ ແລະ​ຜູ້​ຕັດສິນ​ຄວາມ​ແມ່ນ​ພຣະອົງເອງ​ຄື​ພຣະເຈົ້າ.


ເມື່ອ​ພຣະເຈົ້າຢາເວ​ມາ​ປົກຄອງ​ຄົນ​ໂລກນີ້ ພຣະອົງ​ຈະ​ປົງຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ ແລະ​ຈະ​ຕັດສິນ​ປະຊາຊົນ​ທັງຫລາຍ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.


ຕໍ່ໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ຈະມາ​ຕັດສິນ​ແຜ່ນດິນ​ໂລກ ເພື່ອ​ພິພາກສາ​ຕັດສິນ​ໂລກ​ດ້ວຍ​ຄວາມ​ຊອບທຳ​ແລະ​ຊົນຊາດ​ທັງຫຼາຍ​ດ້ວຍ​ຄວາມ​ສັດຊື່.


ກະສັດ​ຜູ້​ຊົງ​ອຳນາດ​ຍິ່ງໃຫຍ່ ເພາະ​ພຣະອົງ​ຮັກ​ການ​ກະທຳ​ທີ່​ເປັນ​ທຳ ແລະ​ໃຫ້​ມີ​ຄວາມ​ຍຸດຕິທຳ​ໃນ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ນຳ​ຄວາມ​ຊອບທຳ​ແລະ​ຄວາມ​ເປັນທຳ​ມາ​ໃຫ້.


ພຣະເຈົ້າຢາເວ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່ ພຣະເຈົ້າຢາເວ​ນັ້ນ ແມ່ນ​ນາມ​ອັນ​ກຽງໄກ​ຂອງ​ພຣະອົງ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ຄື​ຈະ​ມີ​ກະສັດ​ຄົນ​ໜຶ່ງ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຊອບທຳ ແລະ​ຜູ້​ນຳພາ​ຊາດ​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ.


ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເລືອກ​ເອົາ​ຜູ້​ຊອບທຳ​ຄົນ​ໜຶ່ງ ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເປັນ​ກະສັດ. ກະສັດ​ຜູ້​ນີ້​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ​ທົ່ວ​ທັງ​ດິນແດນ.


ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.


ຂ້າພະເຈົ້າ​ໄດ້​ເຫັນ​ຜູ້​ໜຶ່ງ​ຂີ່​ມ້າ​ສີແດງ​ໂຕໜຶ່ງ. ຜູ້​ນັ້ນ​ໄດ້​ຢຸດ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ແລະ​ທາງ​ເບື້ອງ​ຫລັງ​ຂອງ​ຜູ້​ນັ້ນ​ມີ​ມ້າ​ໂຕ​ອື່ນ​ອີກ ເປັນ​ມ້າ​ສີແດງ, ສີດ່າງ ແລະ​ສີຂາວ.


ພຣະເຢຊູເຈົ້າ​ກ່າວ​ຕື່ມ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ຝູງ​ເທວະດາ​ຂອງ​ພຣະເຈົ້າ ກໍ​ຂຶ້ນໆ​ລົງໆ​ເທິງ​ບຸດ​ມະນຸດ.”


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ ແລະ​ບັນດາ​ກະສັດ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ພ້ອມ​ທັງ​ກອງທັບ​ຂອງ​ກະສັດ​ເຫຼົ່ານັ້ນ ໄດ້​ມາ​ໂຮມກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ຫລັງ​ມ້າ ແລະ​ຕໍ່ສູ້​ກອງທັບ​ຂອງ​ພຣະອົງ.


ສ່ວນ​ກອງທັບ​ຂອງ​ພວກເຂົາ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຝູງ​ນົກ​ທັງປວງ​ກໍໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫຼົ່ານັ້ນ​ຈົນ​ອີ່ມ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ຂາວ​ໂຕໜຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ທະນູ​ແລະ​ໄດ້​ຮັບ​ມົງກຸດ ແລ້ວ​ຂີ່​ມ້າ​ອອກ​ໄປ​ໂດຍ​ໄວ​ຢ່າງ​ຜູ້​ມີໄຊ ເພື່ອ​ຈະ​ກຳ​ເອົາ​ໄຊຊະນະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka