ພຣະນິມິດ 19:10 - ພຣະຄຳພີສັກສິ10 ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”. Uka jalj uñjjattʼäta |
ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ.