ພຣະນິມິດ 18:7 - ພຣະຄຳພີສັກສິ7 ນະຄອນນັ້ນໄດ້ອວດຈອງຫອງ ແລະປ່ອຍຕົວໄປ ຕາມຄວາມສະໜຸກສະໜານເທົ່າໃດ ກໍຈົ່ງໃຫ້ມັນໄດ້ຮັບ ການທໍລະມານ ແລະຄວາມໂສກເສົ້າຫລາຍເທົ່ານັ້ນ ເພາະມັນຄິດໃນໃຈວ່າ, ‘ເຮົາຢູ່ໃນຕຳແໜ່ງຣາຊີນີ ບໍ່ແມ່ນແມ່ໝ້າຍ, ເຮົາຈະບໍ່ປະສົບຄວາມໂສກເສົ້າຈັກເທື່ອ’ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ຈົ່ງໃຫ້ນາງທໍລະມານ ແລະ ໂສກເສົ້າຫລາຍເທົ່າ ເໝືອນດັ່ງກຽດ ແລະ ຄວາມສະໜຸກສະໜານທີ່ນາງໄດ້ມອບໃຫ້ກັບຕົນເອງ. ນາງອວດອ້າງໃນໃຈວ່າ, ‘ຂ້ອຍນັ່ງບັນລັງເປັນລາຊີນີ. ຂ້ອຍບໍ່ແມ່ນແມ່ໝ້າຍ, ຂ້ອຍຈະບໍ່ມີມື້ໂສກເສົ້າ’ Uka jalj uñjjattʼäta |
ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ.