Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:4 - ພຣະຄຳພີສັກສິ

4 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອີກ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ກ່າວ​ວ່າ: “ບັນດາ​ຄົນ​ຂອງ​ເຮົາ, ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ, ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ບໍ່​ໄດ້​ມີ​ສ່ວນຮ່ວມ​ໃນ​ການ​ບາບ​ຂອງ​ນາງ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ໄພພິບັດ​ໃດໆ​ທີ່​ຈະ​ເກີດຂຶ້ນ​ກັບ​ນາງ,

Uka jalj uñjjattʼäta Copia luraña




ພຣະນິມິດ 18:4
16 Jak'a apnaqawi uñst'ayäwi  

ແລ້ວ​ໂລດ​ກໍ​ໄປ​ເວົ້າ​ກັບ​ຄູ່ໝັ້ນ​ຂອງ​ລູກສາວ​ຕົນ​ວ່າ, “ຈົ່ງ​ໜີ​ອອກ​ຈາກ​ເມືອງ​ນີ້​ໄວໆ ເພາະ​ພຣະເຈົ້າຢາເວ​ຈະ​ທຳລາຍ​ເມືອງ​ນີ້.” ແຕ່​ພວກເຂົາ​ຄິດ​ວ່າ​ໂລດ​ເວົ້າຫລິ້ນ.


ເຈົ້າ​ເປັນ​ໝູ່​ກັບ​ຄົນ​ຂີ້ລັກ​ທຸກຄົນ​ທີ່​ພົບເຫັນ ແລະ​ຄົບຫາ​ສະມາຄົມ​ກັບ​ທຸກຄົນ​ທີ່​ຫລີ້ນຊູ້.


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ທຸກຄົນ​ທີ່​ແບກຫາບ​ເຄື່ອງໃຊ້​ຂອງ​ພຣະເຈົ້າຢາເວ ຈົ່ງ​ອອກ​ໄປ​ໄວໆ ຈາກ​ນະຄອນ​ບາບີໂລນ​ເຖີດ ຢ່າ​ແຕະຕ້ອງ​ສິ່ງ​ຫວງຫ້າມ​ໃດໆ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ ແລະ​ອອກ​ໜີໄປ​ເຖີດ


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ໜີ​ອອກ​ມາ​ຈາກ​ປະເທດ​ສາ ຈົ່ງ​ໜີໄປ​ເປັນ​ຜູ້​ທຳອິດ​ເຖີດ


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີໄປ​ຈາກ​ທີ່​ນັ້ນ​ສາ ຈົ່ງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ຈາກ​ຄວາມ​ຮ້າຍກາດ​ອັນ​ໂຫດຫ້ຽມ​ຂອງ​ພຣະເຈົ້າຢາເວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.


ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ແລ່ນ​ເອົາ​ຊີວິດ​ລອດ​ເຖີດ ຢ່າ​ໃຫ້​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ບາບີໂລນ. ບັດນີ້ ພຣະເຈົ້າຢາເວ​ກຳລັງ​ແກ້ແຄ້ນ​ແລະ​ລົງໂທດ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.


ຊາວ​ຕ່າງດ້າວ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ພະຍາຍາມ​ຊ່ວຍ​ບາບີໂລນ ແຕ່​ຊ້າ​ເກີນ​ໄປ​ສາ​ແລ້ວ. ບັດນີ້ ປ່ອຍ​ສາເທາະ ແລະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ສາ. ພຣະເຈົ້າ​ລົງໂທດ​ບາບີໂລນ​ດ້ວຍ​ຣິດທານຸພາບ​ທັງໝົດ​ຂອງ​ພຣະອົງ ແລະ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.”’


ແລະ​ກ່າວ​ອ້າງ​ໃສ່​ວ່າ ‘ຖ້າ​ພວກເຮົາ​ໄດ້​ຢູ່​ໃນ​ສະໄໝ​ບັນພະບຸລຸດ​ຂອງເຮົາ​ນັ້ນ ກໍ​ຄົງ​ຈະ​ບໍ່ມີ​ສ່ວນ​ກັບ​ພວກເຂົາ​ໃນ​ການ​ຂ້າ​ພວກ​ຜູ້ທຳນວາຍ.’


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້ໃດ ແລະ​ຢ່າ​ເຂົ້າ​ສ່ວນ​ໃນ​ຄວາມ​ບາບ​ກັບ​ຄົນອື່ນ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ.


ດ້ວຍວ່າ, ຜູ້ໃດ​ທີ່​ສະແດງ​ຄວາມ​ຄຳນັບ​ຕໍ່​ເຂົາ ຜູ້ນັ້ນ​ກໍ​ເຂົ້າ​ສ່ວນ​ໃນ​ການ​ກະທຳ​ຊົ່ວ​ຂອງ​ເຂົາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka