Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:23 - ພຣະຄຳພີສັກສິ

23 ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ແສງ​ຂອງ​ຕະກຽງ ຈະ​ບໍ່​ສ່ອງແສງ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ອີກ​ຈັກເທື່ອ. ພໍ່ຄ້າ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ຄົນສຳຄັນ​ຂອງ​ໂລກ. ເຈົ້າ​ໄດ້​ໃຊ້​ເວດມົນຄາຖາ​ຫລອກລວງ​ບັນດາ​ປະຊາຊາດ​ໃຫ້​ຫລົງ​ໄປ.

Uka jalj uñjjattʼäta Copia luraña




ພຣະນິມິດ 18:23
26 Jak'a apnaqawi uñst'ayäwi  

ກະສັດ​ໂຢຣາມ​ຖາມ​ລາວ​ວ່າ, “ທ່ານ​ມາ​ຢ່າງ​ສັນຕິ​ຫລື​ບໍ່?” ເຢຮູ​ຕອບ​ວ່າ, “ຈະ​ມີ​ສັນຕິ​ໄດ້​ຢ່າງໃດ ເມື່ອ​ຍັງ​ມີ​ການ​ຝຶກ​ເວດມົນ​ກົນຄາຖາ ແລະ​ການຂາບໄຫວ້​ຮູບ​ພະ​ທີ່​ເຢເຊເບນ​ແມ່​ຂອງທ່ານ​ໄດ້​ເລີ່ມ​ຂຶ້ນ?”


ແສງ​ທຽນ​ຊີວິດ​ຂອງ​ຄົນຊົ່ວ​ດັບ​ໄປ​ເລື້ອຍໆ​ຊັ້ນບໍ? ຄວາມ​ຈິບຫາຍ​ກໍ​ມາ​ເຖິງ​ພວກເຂົາ​ເລື້ອຍໆ​ຫລືບໍ່? ເມື່ອ​ພຣະເຈົ້າ​ໂກດຮ້າຍ​ແຜດສຽງ​ໃສ່​ຄົນຊົ່ວ​ທັງຫລາຍ ເລື້ອຍໆ​ສໍ່າໃດ​ທີ່​ພຣະອົງ​ລົງໂທດ​ຄົນຊົ່ວຊ້າ​ເຊັ່ນນັ້ນ?


ຄົນ​ຊົ່ວຮ້າຍ​ບໍ່ມີ​ອະນາຄົດ​ດີ​ເລີຍ ຊີວິດ​ຂອງ​ເຂົາ​ເປັນ​ດັ່ງ​ໂຄມໄຟ​ທີ່​ຈວນ​ຈະ​ມອດ.


ຜູ້ໃດ​ເດ​ເປັນ​ຜູ້​ວາງແຜນ​ນຳ​ສິ່ງ​ທັງໝົດ​ນີ້​ມາ​ສູ່​ເມືອງ​ຕີເຣ ເມືອງ​ແຫ່ງ​ຈອມ​ຈັກກະພັດ​ທີ່​ພວກເຈົ້າ​ຊາຍ​ຜູ້​ເປັນ​ພໍ່ຄ້າ ໄດ້​ຮັບ​ກຽດ​ອັນ​ສູງສຸດ​ເໜືອ​ມະນຸດ​ໃນ​ໂລກ?


ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.


ຈົ່ງ​ຟັງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ: ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ​ເຮຮາ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ສຸດສິ້ນ​ລົງ. ປະຊາຊົນ​ໃນ​ທີ່ນີ້​ຈະ​ມີ​ຊີວິດ​ຢູ່​ຈົນ​ໄດ້​ເຫັນ​ເຫດການ​ນີ້​ເກີດຂຶ້ນ.”


ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ໄປ. ພວກເຂົາ​ຈະ​ບໍ່ມີ​ນໍ້າມັນ​ສຳລັບ​ຕະກຽງ ແລະ​ຈະ​ບໍ່ມີ​ເຂົ້າປາອາຫານ​ກິນ​ດ້ວຍ.


ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”


ນີເນເວ ຍິງ​ແພດສະຫຍາ​ຖືກ​ລົງໂທດ​ແລ້ວ​ເດ ນາງ​ຜູ້​ມີ​ສະເໜ່​ລໍ້ລວງ​ຄົນ​ທັງຫລາຍ​ໃຫ້​ຕາຍ​ຍ້ອນ; ນາງ​ເຮັດ​ໃຫ້​ຊາດ​ຕ່າງໆ​ຫລົງໄຫລ​ໄປ​ນຳ ແລະ​ເຮັດ​ໃຫ້​ຄົນ​ກາຍເປັນ​ທາດຮັບໃຊ້​ທັງ​ປະເທດ.


ດ້ວຍ​ເວດມົນ​ຄາຖາ ທີ່​ລາວ​ໄດ້​ເຮັດ​ໃຫ້​ຄົນ​ງຶດງໍ້​ອັດສະຈັນ​ໃຈ​ແຕ່​ດົນນານ​ແລ້ວ​ນັ້ນ ຈຶ່ງ​ດຶງດູດ​ຄົນ​ທັງຫລາຍ​ໃຫ້​ສົນໃຈ​ໃນ​ຕົວ​ລາວ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


ຄື​ຍິງ​ນັ້ນ​ທີ່​ບັນດາ​ກະສັດ​ທົ່ວ​ໂລກ ໄດ້​ຫລີ້ນ​ຜິດ​ສິນທຳ​ທາງ​ເພດ​ກັບ​ມັນ ແລະ​ຊາວ​ໂລກ​ທັງຫລາຍ​ໄດ້​ມົວເມົາ​ດ້ວຍ​ເຫລົ້າແວງ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ມັນ​ນັ້ນ.”


ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.”


ສຽງ​ນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະ​ເປົ່າແກ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ ຈະ​ບໍ່​ພົບ​ຄົນ​ທີ່​ມີ​ວິຊາ​ຊ່າງ​ຢ່າງ​ໃດ​ຈັກ​ຄົນ​ໃນ​ເຈົ້າ​ຕໍ່ໄປ​ອີກ ແລະ​ສຽງ​ໂມ້​ແປ້ງ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ.


ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”


ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ​ສະຫວ່າງ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.


ແລ້ວ​ກະສັດ​ທັງຫລາຍ​ໃນ​ໂລກ, ພວກ​ຜູ້ປົກຄອງ​ປະເທດ​ແລະ​ພວກ​ເຈົ້ານາຍ, ພວກ​ຄົນ​ຮັ່ງມີ​ແລະ​ພວກ​ຜູ້​ມີ​ອຳນາດ ແລະ​ຄົນ​ທັງຫລາຍ​ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖໍ້າ ແລະ​ຢູ່​ໃຕ້​ໂງ່ນຫີນ​ຕາມ​ພູ​ຕ່າງໆ.


ພວກເຂົາ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດມົນ​ຄາຖາ, ການ​ຜິດ​ສິນທຳ​ທາງ​ເພດ ແລະ​ການ​ລັກ​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka