ພຣະນິມິດ 18:22 - ພຣະຄຳພີສັກສິ22 ສຽງນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະເປົ່າແກຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກ ຈະບໍ່ພົບຄົນທີ່ມີວິຊາຊ່າງຢ່າງໃດຈັກຄົນໃນເຈົ້າຕໍ່ໄປອີກ ແລະສຽງໂມ້ແປ້ງຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກຈັກເທື່ອ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່22 ສຽງດົນຕີຈາກນັກດີດພິນ ແລະ ນັກດົນຕີ, ຄົນເປົ່າຂຸ່ຍ ແລະ ຄົນເປົ່າແກ, ຈະບໍ່ໄດ້ຍິນໃນນະຄອນນີ້ອີກຈັກເທື່ອ. ບໍ່ມີຄົນງານຂອງການຄ້າໃດໆ ທີ່ຈະພົບໃນນະຄອນນີ້ອີກ. ສຽງຂອງຫີນໂມ້ແປ້ງ ຈະບໍ່ໄດ້ຍິນໃນນະຄອນນີ້ອີກ. Uka jalj uñjjattʼäta |
ສຽງແຫ່ງການໂຮຮ້ອງຍິນດີ ແລະຊົມຊື່ນ ແລະສຽງແຫ່ງຄວາມສຸກໃຈຂອງພິທີແຕ່ງງານ. ພວກເຈົ້າຈະໄດ້ຍິນປະຊາຊົນຮ້ອງເພງ ເມື່ອພວກເຂົານຳເຄື່ອງຖວາຍມາໂມທະນາຂອບພຣະຄຸນໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາຈະເວົ້າວ່າ, ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ເພາະພຣະເຈົ້າຢາເວຊົງຄຸນຄວາມດີ ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ເຮົາຈະເຮັດໃຫ້ດິນແດນນີ້ຈະເລີນຮຸ່ງເຮືອງດັ່ງຄາວແຕ່ກ່ອນ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.