Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:21 - ພຣະຄຳພີສັກສິ

21 ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ຫລັງຈາກ​ນັ້ນ ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ໄດ້​ຍົກ​ກ້ອນຫີນ​ຂະໜາດ​ເທົ່າ​ຫີນໂມ້​ໃຫຍ່​ຖິ້ມ​ລົງ​ໃນ​ທະເລ ແລະ ກ່າວ​ວ່າ: “ບາບີໂລນ​ນະຄອນ​ຍິ່ງໃຫຍ່​ຈະ​ຖືກ​ຖິ້ມ​ລົງ ດ້ວຍ​ຄວາມຮຸນແຮງ​ຢ່າງ​ນີ້​ແຫລະ, ຈະ​ບໍ່​ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ພຣະນິມິດ 18:21
14 Jak'a apnaqawi uñst'ayäwi  

ເພື່ອ​ຜ່ານ​ທະເລ ພຣະອົງ​ໄດ້​ໃຫ້​ທາງ​ແກ່​ພວກເພິ່ນ ແລະ​ນຳພາ​ຍ່າງ​ຜ່ານ​ເທິງ​ພື້ນດິນ​ແຫ້ງ. ພວກ​ທີ່​ໄລ່ຕາມ​ມາ​ນັ້ນ​ກໍ​ພາກັນ​ຈົມລົງ​ໄປ ດັ່ງ​ກ້ອນຫີນ​ຈົມລົງ​ໃນ​ທະເລ​ປ່ວງບ້າ.


ພວກເຂົາ​ຈະ​ສະຫລາຍ​ໄປ​ດັ່ງ​ຄວາມຝັນ ດັ່ງ​ນິມິດ​ໃນ​ຕອນ​ກາງຄືນ​ທີ່​ຈະ​ບໍ່​ເຫັນ​ມັນ​ອີກ.


ແຕ່​ເມື່ອ​ຂ້ອຍ​ຍ່າງ​ຜ່ານ​ກາຍ ບໍ່​ເຫັນ​ລາວ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ ຂ້ອຍ​ໄດ້​ຊອກຫາ​ລາວ​ແຕ່​ກໍ​ບໍ່​ພົບ.


ທ້ອງ​ທະເລ​ອັນ​ເລິກ​ຈຶ່ງ​ຫຸ້ມຫໍ່​ເອົາ​ພວກເຂົາ; ພວກເຂົາ​ຈົມ​ສູ່​ພື້ນ​ທະເລ​ດັ່ງ​ກ້ອນຫີນ​ຈົມ​ລົງ​ດິ່ງໆ.


ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຕົວຢ່າງ​ອັນ​ໜ້າຢ້ານກົວ​ຫລາຍ ແລະ​ນັ້ນ​ແຫຼະ​ແມ່ນ​ຈຸດຈົບ​ຂອງ​ເຈົ້າ. ຄົນ​ທັງຫລາຍ​ຈະ​ສະແຫວງ​ຫາ​ເຈົ້າ, ແຕ່​ເຈົ້າ​ຈະ​ບໍ່ໄດ້​ພົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ກັບຄືນ​ໄປ ເພື່ອ​ໂຈມຕີ​ປ້ອມ​ໃນ​ປະເທດ​ຂອງຕົນ; ແຕ່​ຈະ​ພ່າຍແພ້​ແລະ​ກໍ​ຈະ​ເປັນ​ເວລາ​ສຸດທ້າຍ​ຂອງເພິ່ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.


ແຕ່​ພະຍານາກ​ໄດ້​ປະລາໄຊ. ສະນັ້ນ ມັນ​ກັບ​ຝູງ​ບໍລິວານ​ຂອງ​ມັນ​ຈຶ່ງ​ບໍ່ມີ​ບ່ອນ​ຢູ່​ໃນ​ສະຫວັນ​ອີກ​ຕໍ່ໄປ.


ເກາະ​ທຸກ​ແຫ່ງ​ໄດ້​ສູນຫາຍ​ໄປ, ພູ​ທຸກ​ໜ່ວຍ​ກໍ​ຊອກ​ຫາ​ບໍ່​ພົບ.


ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”


ສຽງ​ນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະ​ເປົ່າແກ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ ຈະ​ບໍ່​ພົບ​ຄົນ​ທີ່​ມີ​ວິຊາ​ຊ່າງ​ຢ່າງ​ໃດ​ຈັກ​ຄົນ​ໃນ​ເຈົ້າ​ຕໍ່ໄປ​ອີກ ແລະ​ສຽງ​ໂມ້​ແປ້ງ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້ໃດ​ໜໍ ເປັນ​ຜູ້​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka