Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:19 - ພຣະຄຳພີສັກສິ

19 ພວກເຂົາ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ໃສ່​ຫົວ​ຂອງຕົນ ພ້ອມ​ທັງ​ຮ້ອງໄຫ້​ແລະ​ໂສກເສົ້າ ເອີ່ຍ​ຂຶ້ນ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງໝົດ​ທີ່​ມີ​ເຮືອ​ກຳປັ່ນ​ເດີນ​ທະເລ ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊັບສົມບັດ​ຂອງ​ນາງ, ພາຍ​ໃນ​ຊົ່ວໂມງ​ດຽວ ກໍ​ຖືກ​ຊົງ​ທຳລາຍ​ເສຍ​ໄປ​ໝົດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ພວກເຂົາ​ຈະ​ໂຮຍ​ຂີ້ຝຸ່ນດິນ​ໃສ່​ຫົວ​ຂອງ​ຕົນ, ຮ້ອງໄຫ້, ໂສກເສົ້າ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ບ່ອນ​ທີ່​ເຮັດ​ໃຫ້​ທຸກຄົນ​ຜູ້​ມີ​ເຮືອ​ເດີນ​ທະເລ ຮັ່ງມີ​ໂດຍ​ຄວາມຮັ່ງມີ​ຂອງ​ມັນ ພາຍ​ໃນ​ຊົ່ວໂມງ​ດຽວ​ມັນ​ກໍ​ຖືກ​ທຳລາຍ!’

Uka jalj uñjjattʼäta Copia luraña




ພຣະນິມິດ 18:19
13 Jak'a apnaqawi uñst'ayäwi  

ນາງ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ, ຈີກ​ເສື້ອຄຸມ​ຂອງຕົນ, ເອົາ​ມື​ອັດ​ໜ້າ ແລະ​ແລ່ນ​ໜີໄປ​ທັງ​ຮ້ອງໄຫ້.


ໃນ​ມື້​ທີ​ຊາວສີ່ ຂອງ​ເດືອນ​ດຽວກັນ​ນີ້ ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຕົ້າໂຮມ​ກັນ​ຖືສິນ​ອົດອາຫານ ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ສຳລັບ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ແຍກຕົວ​ເອງ​ອອກ​ຈາກ​ຄົນຕ່າງຊາດ​ທຸກຄົນ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ພ້ອມ​ທັງ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ເທິງ​ຫົວ ອັນ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ແລ້ວ​ພວກເຂົາ​ກໍ​ຢືນ​ຂຶ້ນ​ສາລະພາບ​ການ​ຜິດບາບ​ຂອງ​ພວກ​ເຂົາເອງ ແລະ​ຜິດບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ເຮັດ.


ເມື່ອ​ແນມ​ເບິ່ງ​ແຕ່​ໄກ ພວກເຂົາ​ກໍ​ເຫັນ​ໂຢບ; ແຕ່​ພວກເຂົາ​ຈື່​ລາວ​ບໍ່ໄດ້. ເມື່ອ​ຈື່​ລາວ​ໄດ້​ແລ້ວ ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ຄວນຄາງ ທັງ​ຈີກ​ເສື້ອຜ້າ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຫວ່ານ​ຂີ້ຝຸ່ນ​ດິນ​ໄປ​ໃນ​ອາກາດ ກັບ​ທັງ​ໂຮຍ​ໃສ່​ເທິງ​ຫົວ​ຂອງ​ພວກ​ຕົນ​ດ້ວຍ.


ບາບີໂລນ​ເປັນ​ອານາຈັກ​ໜຶ່ງ​ທີ່​ສວຍງາມ​ກວ່າ​ອານາຈັກ​ໃດໆ​ທັງໝົດ ເປັນ​ທີ່​ພູມໃຈ​ຂອງ​ຊາວ​ນະຄອນ. ເມືອງ​ນັ້ນ​ຈະ​ເປັນ​ຄື​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ທີ່​ພຣະເຈົ້າ​ໄດ້​ໂຄ່ນລົ້ມ​ແລ້ວ.


ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.


ພວກເຂົາ​ລ້ວນແຕ່​ໄວ້ທຸກ​ໃຫ້​ເຈົ້າ​ຢ່າງ​ຂົມຂື່ນ ໂດຍ​ໂຮຍ​ຂີ້ຝຸ່ນ​ໃສ່​ຫົວ​ທັງ​ກິ້ງເກືອກ​ຕົວ​ໃນ​ຂີ້ເຖົ່າ.


ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.


ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ.


ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”


ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”


ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”


ໃນ​ມື້​ດຽວກັນ​ນັ້ນ ຍັງ​ມີ​ຊາຍ​ໃນ​ເຜົ່າ​ເບັນຢາມິນ​ຄົນ​ໜຶ່ງ​ໄດ້​ແລ່ນ​ມາ​ຈາກ​ສະໜາມຮົບ​ສູ່​ເມືອງ​ຊີໂລ. ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ ລາວ​ໄດ້​ຈີກ​ເສື້ອ​ຂອງຕົນ​ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka