Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:18 - ພຣະຄຳພີສັກສິ

18 ເມື່ອ​ເຫັນ​ຄວັນ​ຈາກ​ແປວໄຟ​ທີ່​ໄໝ້​ນະຄອນ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່ມີ​ນະຄອນ​ໃດ​ເລີຍ ທີ່​ຈະ​ເປັນ​ດັ່ງ​ມະຫາ​ນະຄອນ​ນີ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເມື່ອ​ພວກເຂົາ​ເຫັນ​ຄວັນ​ທີ່​ກຳລັງ​ເຜົາ​ນະຄອນ​ນັ້ນ ພວກເຂົາ​ຈະ​ຮ້ອງ​ວ່າ, ‘ເຄີຍ​ມີ​ນະຄອນ​ໃດ​ທີ່​ເໝືອນ​ນະຄອນ​ຍິ່ງໃຫຍ່​ນີ້?’

Uka jalj uñjjattʼäta Copia luraña




ພຣະນິມິດ 18:18
8 Jak'a apnaqawi uñst'ayäwi  

ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.


ພວກເຂົາ​ບູຊາ​ພະຍານາກ ເພາະ​ມັນ​ໄດ້​ໃຫ້​ອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ​ພວກເຂົາ​ໄດ້​ບູຊາ​ສັດຮ້າຍ​ນັ້ນ ໂດຍ​ກ່າວ​ວ່າ, “ໃຜ​ຈະ​ປຽບ​ປານ​ກັບ​ສັດ​ນີ້​ໄດ້ ແລະ​ຜູ້ໃດ​ຈະ​ສາມາດ​ສູ້ຮົບ​ກັບ​ສັດ​ນີ້​ໄດ້.”


ຄວັນ​ແຫ່ງ​ການ​ທໍລະມານ​ຂອງ​ພວກເຂົາ ກໍ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ຄົນ​ທັງຫລາຍ​ທີ່​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່ມີ​ເວລາ​ພັກຜ່ອນ ທັງ​ກາງເວັນ​ແລະ​ກາງຄືນ.”


ມະຫາ​ນະຄອນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ​ເມືອງ​ທັງຫລາຍ​ໃນ​ທຸກ​ປະເທດ​ໄດ້​ຖືກ​ທຳລາຍ. ພຣະເຈົ້າ​ບໍ່ໄດ້​ລືມ​ມະຫາ​ນະຄອນ​ບາບີໂລນ ແລະ​ໄດ້​ຊົງ​ໃຫ້​ນະຄອນ​ນີ້​ດື່ມ​ເຫຼົ້າ​ອະງຸ່ນ ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.


ແລະ​ເປັ່ງ​ສຽງ​ດັງ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ ຜ້າ​ສີມ່ວງ​ອ່ອນ ຜ້າ​ສີແດງເຂັ້ມ ທີ່​ເຄີຍ​ປະດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດພອຍ​ຕ່າງໆ ແລະ​ດ້ວຍ​ໄຂ່ມຸກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka