Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:16 - ພຣະຄຳພີສັກສິ

16 ແລະ​ເປັ່ງ​ສຽງ​ດັງ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ ຜ້າ​ສີມ່ວງ​ອ່ອນ ຜ້າ​ສີແດງເຂັ້ມ ທີ່​ເຄີຍ​ປະດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດພອຍ​ຕ່າງໆ ແລະ​ດ້ວຍ​ໄຂ່ມຸກ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແລະ ຮ້ອງ​ອອກ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ເຈົ້າ​ນຸ່ງຫົ່ມ​ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າ​ສີມ່ວງ ແລະ ຜ້າ​ສີແດງເຂັ້ມ, ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ!

Uka jalj uñjjattʼäta Copia luraña




ພຣະນິມິດ 18:16
8 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ຕັ້ງ​ເທວະດາ​ຕົນ​ໜຶ່ງ​ທີ່​ໜ້າຢ້ານກົວ​ຍິ່ງ​ໄວ້​ໃນ​ທີ່ນັ້ນ ເພື່ອ​ໃຫ້​ເຝົ້າ​ປົກປ້ອງ​ຄຸ້ມຄອງ​ເຈົ້າ. ເຈົ້າ​ໄດ້​ອາໄສ​ຢູ່​ເທິງ​ພູ​ສັກສິດ​ຂອງເຮົາ ແລະ​ຍ່າງ​ໄປມາ​ທ່າມກາງ​ເພັດພອຍ​ຕ່າງໆ​ທີ່​ເຫລືອງເຫລື້ອມ​ແວວວາວ.


ຈົ່ງ​ປຸ້ນ​ເອົາ​ເງິນ​ເຖີດ ຈົ່ງ​ປຸ້ນ​ເອົາ​ຄຳ​ໄປ ເພາະ​ຊັບສົມບັດ​ກໍ​ມີ​ເຕັມ​ທົ່ວໄປ​ໃນ​ເມືອງ​ນີ້.


ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ.


ຍິງ​ຜູ້ນັ້ນ ນຸ່ງ​ເຄື່ອງ​ສີມ່ວງ​ອ່ອນ​ແລະ​ສີແດງເຂັ້ມ ແລະ​ປະດັບ​ຕົວ​ດ້ວຍ​ເຄື່ອງ​ຄຳ, ເພັດພອຍ ແລະ​ໄຂ່ມຸກ. ໃນ​ມື​ຂອງ​ນາງ​ມີ​ຈອກ​ຄຳ ທີ່​ເຕັມ​ແຕ່​ມົນທິນ​ອັນ​ໜ້າຂີ້ດຽດ ເປັນ​ຜົນ​ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນາງ.


ເມື່ອ​ເຫັນ​ຄວັນ​ຈາກ​ແປວໄຟ​ທີ່​ໄໝ້​ນະຄອນ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່ມີ​ນະຄອນ​ໃດ​ເລີຍ ທີ່​ຈະ​ເປັນ​ດັ່ງ​ມະຫາ​ນະຄອນ​ນີ້.”


ພວກເຂົາ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ໃສ່​ຫົວ​ຂອງຕົນ ພ້ອມ​ທັງ​ຮ້ອງໄຫ້​ແລະ​ໂສກເສົ້າ ເອີ່ຍ​ຂຶ້ນ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງໝົດ​ທີ່​ມີ​ເຮືອ​ກຳປັ່ນ​ເດີນ​ທະເລ ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊັບສົມບັດ​ຂອງ​ນາງ, ພາຍ​ໃນ​ຊົ່ວໂມງ​ດຽວ ກໍ​ຖືກ​ຊົງ​ທຳລາຍ​ເສຍ​ໄປ​ໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka