Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:15 - ພຣະຄຳພີສັກສິ

15 ບັນດາ​ພໍ່ຄ້າ​ທີ່​ໄດ້​ຮັ່ງມີ​ຈາກ​ການ​ຄ້າຂາຍ​ໃນ​ນະຄອນ​ນີ້ ຕ່າງ​ກໍ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ໄດ້​ຮັບ​ສ່ວນ​ທົນທຸກ​ທໍລະມານ​ກັບ​ນາງ ພວກເຂົາ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ບັນດາ​ພໍ່ຄ້າ​ທີ່​ຂາຍ​ສິ່ງຂອງ​ເຫລົ່ານີ້ ແລະ ໄດ້ຮັບ​ຄວາມຮັ່ງມີ​ຈາກ​ນະຄອນ​ນັ້ນ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ຄວາມທໍລະມານ​ຂອງ​ມັນ. ພວກເຂົາ​ຈະ​ຮ້ອງໄຫ້​ໄວ້ອາໄລ

Uka jalj uñjjattʼäta Copia luraña




ພຣະນິມິດ 18:15
14 Jak'a apnaqawi uñst'ayäwi  

ເພາະ​ຍ້ອນ​ເຈົ້າ ພວກເຂົາ​ຈຶ່ງ​ພາກັນ​ແຖ​ຫົວ ຕ່າງ​ກໍ​ນຸ່ງ​ຖື​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ພວກເຂົາ​ຮ້ອງໄຫ້​ທັງ​ມີ​ຈິດໃຈ​ເປັນທຸກ​ໃຫຍ່ ຈົ່ງ​ພາກັນ​ຄໍ່າຄວນ​ດ້ວຍ​ໃຈ​ທຸກລະທົມ.


ບັນດາ​ເຈົ້າຂອງ​ໄດ້​ຂ້າ​ແກະ​ເຫຼົ່ານັ້ນ ແລະ​ໜີໄປ​ໂດຍ​ບໍ່ໄດ້​ຮັບ​ໂທດ. ພວກເຂົາ​ຂາຍ​ຊີ້ນ ແລະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະເຈົ້າຢາເວ ພວກເຮົາ​ຕ່າງ​ກໍ​ຮັ່ງມີ’ ແມ່ນແຕ່​ຜູ້ລ້ຽງແກະ​ເອງ​ກໍ​ຍັງ​ບໍ່​ເມດຕາ​ສົງສານ​ຝູງແກະ​ນັ້ນ.” (


ແລ້ວ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເອີ້ນ​ວ່າ ເປັນ​ສະຖານທີ່​ພາວັນນາ​ອະທິຖານ​ສຳລັບ​ຄົນ​ທຸກ​ຊາດ’, ແຕ່​ພວກເຈົ້າ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”


ເມື່ອ​ພວກ​ນາຍ​ຂອງ​ຍິງ​ນີ້​ເຫັນ​ວ່າ ພວກ​ຕົນ​ໝົດ​ຫວັງ​ທີ່​ຈະ​ໄດ້​ເງິນ​ໂດຍ​ວິທີ​ນີ້​ແລ້ວ ພວກເຂົາ​ກໍ​ຈັບ​ໂປໂລ​ກັບ​ຊີລາ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ຫາ​ຜູ້ປົກຄອງ​ໃນ​ທີ່​ຊຸມນຸມ.


ສິນຄ້າ​ເຫຼົ່ານັ້ນ​ຄື: ຄຳ, ເງິນ, ເພັດພອຍ​ຕ່າງໆ​ແລະ​ໄຂ່ມຸກ, ຜ້າປ່ານ​ເນື້ອລະອຽດ, ຜ້າ​ສີມ່ວງ, ຜ້າ​ໄໝ​ແລະ​ຜ້າ​ສີແດງເຂັ້ມ, ໄມ້​ຫອມ​ທຸກ​ຊະນິດ, ເຄື່ອງໃຊ້​ຕ່າງໆ​ທີ່​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ເຮັດ​ດ້ວຍ​ໄມ້​ອັນ​ມີຄ່າ, ເຮັດ​ດ້ວຍ​ທອງສຳຣິດ ເຮັດ​ດ້ວຍ​ເຫຼັກ ແລະ​ເຮັດ​ດ້ວຍ​ຫີນອ່ອນ,


ເຄື່ອງເທດ​ແລະ​ເຄື່ອງຫອມ, ກຳຍານ, ນໍ້າມັນ​ຫອມ​ແລະ​ເຄື່ອງຫອມ​ເຜົາບູຊາ, ເຫຼົ້າ​ອະງຸ່ນ​ແລະ​ນໍ້າມັນ​ໝາກກອກເທດ, ເຂົ້າ​ແປ້ງ​ລະອຽດ​ແລະ​ເຂົ້າ​ບະເລ, ງົວ​ແລະ​ແກະ, ມ້າ​ແລະ​ລົດມ້າ, ຂ້ອຍໃຊ້, ຕະຫລອດ​ທັງ​ຊີວິດ​ຈິດໃຈ​ມະນຸດ​ດ້ວຍ.


ພວກເຂົາ​ກ່າວ​ວ່າ, “ຜົນ​ທຸກຢ່າງ​ທີ່​ໃຈ​ເຈົ້າ​ປາຖະໜາ​ຢາກ​ໄດ້​ນັ້ນ ກໍ​ສູນຫາຍ​ໄປ​ແລ້ວ ສິ່ງສາລະພັດ​ອັນ​ມີ​ຄ່າ​ແລະ​ຄວາມ​ສວຍສົດ​ງົດງາມ ກໍ​ສູນເສຍ​ໄປ​ຈາກ​ເຈົ້າ​ແລ້ວ ແລະ​ເຈົ້າ​ຈະ​ບໍ່​ພົບ​ເຫັນ​ອີກ​ຈັກເທື່ອ.”


ພວກເຂົາ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ໃສ່​ຫົວ​ຂອງຕົນ ພ້ອມ​ທັງ​ຮ້ອງໄຫ້​ແລະ​ໂສກເສົ້າ ເອີ່ຍ​ຂຶ້ນ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງໝົດ​ທີ່​ມີ​ເຮືອ​ກຳປັ່ນ​ເດີນ​ທະເລ ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊັບສົມບັດ​ຂອງ​ນາງ, ພາຍ​ໃນ​ຊົ່ວໂມງ​ດຽວ ກໍ​ຖືກ​ຊົງ​ທຳລາຍ​ເສຍ​ໄປ​ໝົດ.”


ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka