Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:14 - ພຣະຄຳພີສັກສິ

14 ພວກເຂົາ​ກ່າວ​ວ່າ, “ຜົນ​ທຸກຢ່າງ​ທີ່​ໃຈ​ເຈົ້າ​ປາຖະໜາ​ຢາກ​ໄດ້​ນັ້ນ ກໍ​ສູນຫາຍ​ໄປ​ແລ້ວ ສິ່ງສາລະພັດ​ອັນ​ມີ​ຄ່າ​ແລະ​ຄວາມ​ສວຍສົດ​ງົດງາມ ກໍ​ສູນເສຍ​ໄປ​ຈາກ​ເຈົ້າ​ແລ້ວ ແລະ​ເຈົ້າ​ຈະ​ບໍ່​ພົບ​ເຫັນ​ອີກ​ຈັກເທື່ອ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 “ພວກເຂົາ​ຈະ​ກ່າວ​ວ່າ, ‘ຜົນ​ທີ່​ເຈົ້າ​ປາຖະໜາ​ຫາ​ກໍ​ໝົດ​ໄປ​ຈາກ​ເຈົ້າ​ແລ້ວ. ຄວາມຫລູຫລາ ແລະ ຄວາມງົດງາມ​ຂອງ​ເຈົ້າ​ທັງໝົດ​ໄດ້​ສູນຫາຍ​ໄປ, ຢ່າງ​ບໍ່​ມີ​ວັນ​ກັບຄືນ​ມາ’.

Uka jalj uñjjattʼäta Copia luraña




ພຣະນິມິດ 18:14
12 Jak'a apnaqawi uñst'ayäwi  

ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພວກເພິ່ນ​ເຕັມ​ແຕ່​ຕັນ​ຫາ​ພາໂລ ຈຶ່ງ​ຖື​ຕົວ​ເປັນ​ເຫດ​ເອົາ​ພຣະເຈົ້າ​ມາ​ທົດສອບ.


ພວກເຂົາ​ທົດລອງ​ພຣະເຈົ້າ​ໂດຍ​ເຈດຕະນາ ເພື່ອ​ຂໍ​ອາຫານ​ກິນ​ຕາມ​ຄວາມຢາກ​ຂອງ​ພວກເຂົາ.


ພວກເຂົາ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ກິບໂຣດ ຮັດຕາອາວາ (ຊຶ່ງ​ໝາຍຄວາມວ່າ “ຂຸມຝັງສົບ​ຂອງ​ຜູ້​ຢາກກິນ​ແຮງ”) ເພາະ​ໃນ​ທີ່ນັ້ນ​ແມ່ນ​ບ່ອນ​ຝັງສົບ​ຂອງ​ຄົນ​ທີ່​ອຶດຫິວ​ຊີ້ນ​ກິນ​ເປັນ​ອາຫານ.


ມີ​ພວກ​ຄົນ​ມັກໂລບ​ບາງຄົນ​ໄດ້​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ. ພວກເຂົາ​ຢາກ​ກິນ​ຊີ້ນ​ຫລາຍ​ທີ່ສຸດ ແລະ​ແມ່ນແຕ່​ຊາວ​ອິດສະຣາເອນ​ເອງ​ກໍໄດ້​ເລີ່ມ​ຕໍ່ວ່າ​ຕໍ່ຂານ​ວ່າ, “ພວກເຮົາ​ຢາກ​ກິນ​ຊີ້ນ​ເຫລືອເກີນ


ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ບໍ? ຜູ້​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ເຊັ່ນ​ນັ້ນ ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ


ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນ​ໂງ່​ເອີຍ ໃນ​ຄືນ​ນີ້​ແຫຼະ ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ, ສ່ວນ​ສິ່ງຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ຜູ້ໃດ?’


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ.


ເຫດການ​ທັງໝົດ​ເຫຼົ່ານີ້ ເປັນ​ຕົວຢ່າງ​ສຳລັບ​ພວກເຮົາ ເພື່ອ​ເຕືອນ​ພວກເຮົາ​ບໍ່​ໃຫ້​ມີ​ໃຈ​ປາຖະໜາ​ຊົ່ວ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ.


ເຈົ້າ​ທັງຫລາຍ​ຢາກ​ໄດ້​ແຕ່​ບໍ່ໄດ້, ພວກເຈົ້າ​ຂ້າ​ກັນ ພວກເຈົ້າ​ເຫິງສາ​ກັນ​ແຕ່​ບໍ່​ສາມາດ​ຈະ​ໄດ້, ພວກເຈົ້າ​ຜິດຖຽງ ແລະ​ທະເລາະ​ວິວາດ​ກັນ ພວກເຈົ້າ​ບໍ່ມີ​ເພາະ​ບໍ່ໄດ້​ຂໍ.


ເຄື່ອງເທດ​ແລະ​ເຄື່ອງຫອມ, ກຳຍານ, ນໍ້າມັນ​ຫອມ​ແລະ​ເຄື່ອງຫອມ​ເຜົາບູຊາ, ເຫຼົ້າ​ອະງຸ່ນ​ແລະ​ນໍ້າມັນ​ໝາກກອກເທດ, ເຂົ້າ​ແປ້ງ​ລະອຽດ​ແລະ​ເຂົ້າ​ບະເລ, ງົວ​ແລະ​ແກະ, ມ້າ​ແລະ​ລົດມ້າ, ຂ້ອຍໃຊ້, ຕະຫລອດ​ທັງ​ຊີວິດ​ຈິດໃຈ​ມະນຸດ​ດ້ວຍ.


ບັນດາ​ພໍ່ຄ້າ​ທີ່​ໄດ້​ຮັ່ງມີ​ຈາກ​ການ​ຄ້າຂາຍ​ໃນ​ນະຄອນ​ນີ້ ຕ່າງ​ກໍ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ໄດ້​ຮັບ​ສ່ວນ​ທົນທຸກ​ທໍລະມານ​ກັບ​ນາງ ພວກເຂົາ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka